ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານສະພາຜູ້ແທນປຊຊແຫ່ງຊາດຈີນຈາງເຕີຈຽງ
ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ
ປະທານສະພາຜູ້ແທນປຊຊແຫ່ງຊາດ ຈີນ ຈາງເຕີຈຽງ
(vovworld) – ທີ່ການຕ້ອນຮັບທ່ານ ຈາງເຕີຈຽງ ປະທານສະພາຜູ້ແທນປຊຊແຫ່ງຊາດ ຈີນ ໃນຕອນເຊົ້າວັນທີ 09/11 ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບກັບ ຈີນ; ຖືນີ້ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ເລືອກເຟັ້ນຍຸດທະສາດ ແລະ ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍຕ່າງປະເທດຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ 2 ອົງການນິຕິບັນຍັດ 2 ປະເທດສືບຕໍ່ຍູ້ແຮງການພົວພັນຮ່ວມມືຮອບດ້ານນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງໃນອະນາຄົດ. ເພື່ອເພີ່ມທະວີການພົວພັນ 2 ປະເທດໃນໄລຍະຈະມາເຖິງກ່ວາອີກ, ທ່ານນາຍົກລັດຖະມົນຕີສະເໜີ 2 ຝ່າຍສືບຕໍ່ຮັກສາການພົບປະແລກປ່ຽນຂັ້ນສູງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ແລກປ່ຽນຍຸດທະສາດ, ຊີ້ນຳການພັດທະນາສາຍພົວພັນ 2 ປະເທດເປັນປະຈຳ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ 2 ຝ່າຍຄວບຄຸມບັນດາຄວາມບໍ່ລົງລອຍເປັນຢ່າງດີ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແລະ ຖືວ່າ: ເລື່ອງຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກແມ່ນເໝາະສົມກັບຜົນປະໂຫຍດຍຸດທະສາດ ອັນຍາວນານຂອງ 2 ປະເທດ ຫວຽດນາມ - ຈີນ.
ສ່ວນທ່ານປະທານສະພາຜູ້ແທນປຊຊແຫ່ງຊາດ ຈີນ ຈາງເຕີຈຽງ ແຈ້ງໃຫ້ຊາບກ່ຽວກັບໝາກຜົນແຫ່ງການເຈລະຈາອັນດີງາມກັບທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ. ຕາມນັ້ນແລ້ວ 2 ຝ່າຍໄດ້ແລກປ່ຽນຢ່າງເລິກເຊິ່ງກ້ວາງຂວາງກ່ຽວກັບບັນດາມາດຕະການເພີ່ມທະວີການພົບປະ, ການຮ່ວມມືລະຫວ່າງສະພາແຫ່ງຊາດ ຈີນ ກັບ ສະພາແຫ່ງຊາດ ຫວຽດນາມ ກ່ວາອີກ. ເຕື້ອງເຖິງເລື່ອງຊຸກຍູ້ການຮ່ວມມືພັດທະນາ ຫວຽດນາມ - ຈີນ ໃນໄລຍະຈະມາເຖິງ, ທ່ານ ຈາງເຕີຈຽງ ປາດຖະໜາວ່າ 2 ປະເທດສ້າງພື້ນຖານໝັ້ນຄົງ, ຊຸກຍູ້ການພັດທະນາເປັນປົກກະຕິ ແລະ ໝັ້ນຄົງ, ພິເສດແມ່ນດ້ານການເມືອງ. 2 ຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຍຸດທະສາດພັກທະນາ.