ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ອຳນວຍການໃຫຍ່ກຸ່ມບໍລິສັດIndochinaCapital
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຜູ້ອຳນວຍການໃຫຍ່
ກຸ່ມບໍລິສັດ Indochina Capital ທ່ານ P.R.Rai – do
(ພາບ: TTXVN)
(vovworld) – ກ່າວຄຳເຫັນທີ່ການຕ້ອນຮັບຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Indochina Capital ທ່ານ P.R.Rai – do ໃນຕອນບ່າຍວັນທີ 08/09 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມປາດຖະໜາວ່າ: ກອງທຶນ Indochina Capotal ສືບຕໍ່ເປີດກ້ວາງ, ດຳເນີນທຸລະກິດສຳເລັດຜົນຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ເສດຖະກິດມະຫາພາກ ຫວຽດນາມ ພວມຫັນປ່ຽນຢ່າງຕັ້ງໜ້າທີ່ສຸດ. ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງທຸກເງື່ອນໄຂໃຫ້ບັນດານັກລົງທຶນຕ່າງປະເທດດຳເນີນທຸລະກິດຢ່າງສະດວກຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີຖືວ່າ: ອະສັງຫາລິມະຊັບ ພວມມີບົດບາດລົງທຶນສຳຄັນຢູ່ ຫວຽດນາມ, ພິເສດແມ່ນອະສັງຫາລິມະຊັບພັກຜ່ອນບຳລຸງສຸຂະພາບ. ໃນຮອບ 5 ປີຈະມາເຖິງ, ຫວຽດນາມ ມານະພະຍາຍາມເພີ່ມຈຳນວນແຂກທ່ອງທ່ຽວສາກົນຂຶ້ນຕື່ມທົບ 2 ເທົ່າ, ຖືນີ້ແມ່ນ ຂະແໜງປາຍແຫຼມຂອງເສດຖະກິດປະເທດຊາດ, ດັ່ງນັ້ນ ຄວາມຮຽກຮ້ອງຕ້ອງການກ່ຽວກັບໂຮງແຮມ ແລະ ເຂດພັກຜ່ອນບຳລຸງສຸຂະພາບຈະເພີ່ມແຮງ. ທ່ານນາຍົກລັດຖະມົນຕີ ກໍ່ສະແດງຄວາມເຊື່ອໝັ້ນວ່າ: ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ຈະສ້າງກາລະໂອກາດສຳເລັດຜົນໃຫ້ບັນດາປະເທດສະມາຊິກເວົ້າລວມ ກໍ່ຄື ຫວຽດນາມ ແລະ ອາເມລິກາ ເວົ້າສະເພາະ. ສວ່ນທ່ານ P.R.Rai – do ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, Indochina Capotal ຈະເປີດກ້ວາງການລົງທຶນ, ຮ່ວມທຸລະກິດກັບບາງກຸ່ມບໍລິສັດຕ່າງປະເທດ ເພື່ອກໍ່ສ້າງໂຮງແຮມຫລາຍແຫ່ງຢູ່ບັນດານະຄອນໃຫຍ່ຂອງ ຫວຽດນາມ.