ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງແຜນການແລະການລົງທຶນລາວ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
ຕ້ອນຮັບທ່ານ ສຸພັນ ແກ້ວມີໄຊ
(vovworld) – ຕອນບ່າຍວັນທີ 04/11 ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍທ່ານ ສຸພັນ ແກ້ວມີໄຊ ແລະ ຄະນະຜູ້ແທນກະຊວງແຜນການ ແລະ ການລົງທຶນ ລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ເນື່ອງໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ຕີລາຄາສູງໝາກຜົນແຫ່ງການເຮັດວຽກລະຫວ່າງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການຮ່ວມມື ຫວຽດນາມ - ລາວ, ລາວ - ຫວຽດນາມ; ພ້ອມທັງ ສະເໜີ 2 ຝ່າຍມານະພະຍາຍາມຮ່ວມມື ເພື່ອສຳເລັດແຜນການຮ່ວມມືລະຫວ່າງລັດຖະບານ 2 ປະເທດປີ 2016 ເປັນຢ່າງດີ, ກະກຽມໃຫ້ກອງປະຊຸມຄັ້ງທີ 39 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ໃນປີ 2017 ເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ສະເໜີລັດຖະບານ ລາວ ປັບປຸງສະພາບແວດລ້ອມແຫ່ງການລົງທຶນກ່ວາອີກ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບັນດາວິສາຫະກິດ ຫວຽດນາມ ອຸ່ນອ່ຽນໃຈໃນການລົງທຶນ, ດຳເນີນທຸລະກິດ.
ສ່ວນທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສຸພັນ ແກ້ວມີໄຊ ໃຫ້ຮູ້ວ່າ: ການຢ້ຽມຢາມຄັ້ງນີ້ ເພື່ອແນໃສ່ກະກຽມເນື້ອໃນໃຫ້ແກ່ການຢ້ຽມຢາມ ລາວ ຂອງທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ. ທ່ານ ສຸພັນ ແກ້ວມີໄຊ ຫວັງວ່າ: ໃນໄລຍະຈະມາເຖິງ, 2 ກະຊວງແຜນການ ແລະ ການລົງທຶນ ຈະມີໂອກາດຊຸກຍູ້ການພົວພັນດ້ານເສດຖະກິດ, ການຮ່ວມມືລົງທຶນ.