ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກມອບຫລຽນໄຊແຮງງານ
ຊັ້ນ 2 ໃຫ້ BIDV.
|
(vovworld)- ຕອນເຊົ້າວັນທີ 15/4 ຢູ່ ຮ່າໂນ້ຍ, ໄດ້ດຳເນີນພິທີສະເຫລີມສະຫລອງ 60 ປີແຫ່ງວັນສ້າງຕັ້ງທະນາຄານລົງທຶນ ແລະ ພັດທະນາຫວຽດນາມ (BIDV) (24/4/1954-24/4/2017). ກ່າວຄຳເຫັນນະພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາວ່າ BIDV ໄດ້ມີການເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ. ທ່ານນາຍົກລັດຖະມົນຕີ ຖືວ່າ ດ້ວຍເຄື່ອງໝາຍການຄ້າ ແລະ ທີ່ຕັ້ງບົດບາດຂອງ BIDV ໄດ້ຮັບການຢັ້ງຢືນດ້ວຍຫລາຍລາງວັນໂດຍບັນດາອົງການສາກົນທີ່ມີຊື່ສຽງມອບໃຫ້, ພິເສດທະນາຄານໂລກ ຕີລາຄາວ່າ: BIDV ແມ່ນທະນາຄານຜັນຂະຫຍາຍໂຄງການການເງິນກະສິກຳ ເປັນຢ່າງດີທີ່ສຸດ ໂດຍທະນາຄານໂລກອຸປະຖຳ, ປະກອບສ່ວນຊຸກຍູ້ການຮ່ວມມືເສດຖະກິດການຕ່າງປະເທດຢູ່ 6 ປະເທດ, ພິເສດແມ່ນຢູ່ ລາວ ແລະ ກຳປູເຈຍ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງຫນ້າທີ່ຂອງ BIDV ໃນໄລຍະຈະມາເຖິງວ່າ:
“ກ່ຽວກັບຍຸດທະສາດ ແລະ ວິໄສທັດ, BIDV ຕ້ອງແມ່ນທະນາຄານການຄ້າຫຸ້ນສ່ວນໃຫຍ່ສຸດຢູ່ຫວຽດນາມ. ຂ້າພະເຈົ້າສະເຫນີ BIDV ຕ້ອງມີຍຸດທະສາດ, ແຜນການໄລຍະກາງ, ປະຈຳປີ ດ້ວຍຫນ້າທີ່, ຄາດໝາຍລະອຽດເພື່ອສູ້ຊົນຖືກຈັດເຂົ້າໃນຈຳນວນທະນາຄານການຄ້າ 25 ແຫ່ງໃຫຍ່ກວ່າໝູ່ຢູ່ ອາຊຽນ”.
ນະພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກມອບຫລຽນໄຊແຮງງານ ຊັ້ນ 2 ໃຫ້ BIDV. BIDV ກໍ່ໄດ້ຮັບນາມມະຍົດອັນສູງສົ່ງຈາກ ລັດ ລາວ, ແລະ ກຳປູເຈຍ.