ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະອວຍພອນບຸນເຕັດຢູ່ນະຄອນດ່ານັ້ງ
(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ
ຢ້ຽມຢາມແລະອວຍພອນບຸນເຕັດຢູ່ນະຄອນດ່ານັ້ງ)
(vovworld) - ຕອນເຊົ້າວັນທີ 28/01 (ກົງກັບວັນທີ 01 ບຸນເຕັດ), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດອົງຄະນະພັກ, ອຳນາດການປົກຄອງ, ບັນດາກຳລັງປະກອບອາວຸດ ແລະ ປະຊາຊົນນະຄອນດ່ານັ້ງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍ້ອງຍໍ, ອວຍພອນ ແລະ ຕີລາຄາສູງບັນດາຜົນງານດ້ານເສດຖະກິດ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບເຊິ່ງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນດ່ານັ້ງ ບັນລຸໄດ້ໃນປີ 2016. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ.
“ພັກ, ລັດ, ພິເສດແມ່ນນາຍົກລັດຖະມົນຕີ ມີຄວາມເຊື່ອໝັ້ນວ່າ, ນະຄອນດ່ານັ້ງ ວິລະຊົນຈະມີກຳລັງແກ່ງແຍ້ງຢ່າງແຮງກວ່າ, ຕັດສິນໃຈກວ່າ, ລະອຽດກວ່າ ເພື່ອກໍ່ສ້າງນະຄອນດ່ານັ້ງ ໃຫ້ກາຍເປັນນະຄອນທີ່ມີຊື່ສຽງ. ອວຍພອນໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນດ່ານັ້ງ ສືບຕໍ່ເສີມຂະຫຍາຍມູນເຊື້ອ, ມີກຳລັງສູ້ຮົບຢ່າງແຮງ, ຕັດສິນໃຈເພື່ອກາຍເປັນສະຖານທີ່ພົ້ນເດັ່ນ, ເປັນນະຄອນແກ່ງແຍ້ງທີ່ມີຊື່ສຽງໃນໂລກ ຫາກບໍ່ພຽງແຕ່ຢູ່ຫວຽດນາມ ໃນອະນາຄົດ”.