ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການຢ້ຽມຢາມມົງໂກນແລະເຂົ້າຮ່ວມກອງປະຊຸມASEM11ຢ່າງຈົບງາມ
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພ້ອມກັບພັນລະຍາ
ພາບ:TTXVN
|
(vovworld)- ຕອນບ່າຍວັນທີ 16/7, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພ້ອມກັບພັນລະຍາແລະ ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໄດ້ເດີນທາງຮອດ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມ ມົງໂກນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊີ ເອີລົບ ຄັ້ງທີ 11 ຢ່າງຈົບງາມ. ການຢ້ຽມຢາມດຳເນີນແຕ່ວັນທີ 13-14/7, ບັນລຸໝາກຜົນສຳຄັນ ເປີດຫນ້າປະຫວັດສາດໃຫມ່ໃນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະມົງໂກນ. ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ມີການເຈລະຈາກັບນາຍົກລັດຖະມົນຕີ ມົງໂກນ, ພົບປະກັບປະທານາທິບໍດີແລະ ປະທານສະພາແຫ່ງຊາດ Migegombo Enkhbold, ເຂົ້າຮ່ວມເວທີປາໄສ ວິສາຫະກິດ ຫວຽດນາມ ແລະ ມົງໂກນ, ຢ້ຽມຢາມຮາກຖານເສດຖະກິດຈຳນວນຫນຶ່ງຂອງໂມງກົນ. ການຢ້ຽມຢາມ ມົງໂກນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ASEM 11 ຂອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ມົງໂກນ, ສືບຕໍ່ສະແດງໃຫ້ເຫັນຫວຽດນາມ ຍາມໃດກໍແມ່ນສະມາຊິກຂະຫຍັນຂັນເຄື່ອນ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ເພື່ອສັນຕິພາບ, ວັດທະນາຖາວອນ, ການຮ່ວມມືພັດທະນາຢູ່ພາກພື້ນ ແລະ ໂລກ.