ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກມອບຫລຽນເອກະລາດຊັ້ນຫນຶ່ງໃຫ້ແຂວງຮືງອຽນ
ພາບ:TTXVN
|
(vovworld)- ຕອນເຊົ້າວັນທີ 11/12, ເມື່ອເຂົ້າຮ່ວມພິທີສະເຫລີມສະຫລອງ 185 ປີແຫ່ງວັນສ້າງຕັ້ງແຂວງ ຮືງອຽນ (1831-2016), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕາງຫນ້າໃຫ້ພັກ, ລັດ ໄດ້ມອບຫລຽນໄຊເອກະລາດຊັ້ນຫນຶ່ງໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຮືງອຽນ ເພື່ອຮັບຮູ້ບັນດາຄຸນງາມຄວາມດີ, ການອຸທິດສ່ວນອັນໃຫຍ່ຫລວງຂອງແຂວງໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ: ແຂວງ ຮືງອຽນ ແມ່ນແຂວງ ມີການເຕີບໂຕເສດຖະກິດສູງກວ່າລະດັບສະເລ່ຍຂອງທົ່ວປະເທດ, ໂຄງປະກອບເສດຖະກິດມີການຫັນປ່ຽນຢ່າງວ່ອງໄວຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄຫມ.
“ໂດຍແມ່ນແຂວງມີທີ່ຕັ້ງພູມສາດດ້ານເສດຖະກິດ, ເງື່ອນໄຂທຳມະຊາດ, ສັງຄົມມີຄວາມສະດວກ, ພິເສດແມ່ນປະຕູຂອງນະຄອນຫລວງ, ໄລຍະຈະມາເຖິງ ແຂວງ ຮືງອຽນ ຄວນເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຢ່າງສຸດຂີດ, ແກ້ໄຂຂໍ້ຈຳກັດ, ຂໍ້ຄົງຄ້າງ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ. ແຂວງ ຄວນລະດົມ ແລະ ນຳໃຊ້ທຸກແຫລ່ງກຳລັງຢ່າງມີປະສິດທິຜົນ, ຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ,ສູ້ຊົນປະຕິບັດບັນດາຄາດໝາຍ, ຫນ້າທີ່ວາງອອກຢ່າງສຳເລັດຜົນ.”