ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີໄຂງານຕະຫລາດນັດຈີນ-ອາຊຽນ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ
ທ່ານຮອງນາຍົກລັດຖະມົນຕີ ຈີນ ຈາງສາວເຫຼືອ
(vovworld) – “ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ໃນອະນາຄົດການຮ່ວມມື ລະຫວ່າງ ຈີນ ແລະ ອາຊຽນ ຈະດີງາມ ” ນັ້ນແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ທີ່ພິທີໄຂງານຕະຫລາດນັດ ຈີນ - ອາຊຽນ ຄັ້ງທີ 13 ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນ ຈີນ - ອາຊຽນ ຄັ້ງທີ 13 ໃນຕອນເຊົ້າວັນທີ 11/09 ຢູ່ນະຄອນ ໜາມໜີງ ພາກໃຕ້ປະເທດ ຈີນ. ທ່ານນາຍົກລັດຖະມົນຕີໄດ້ຕີລາຄາວ່າ ໃນສະພາວະເສດຖະກິດໂລກພວມຟື້ນຕົວຢ່າງຊັກຊ້າ ອາຊຽນ ສືບຕໍ່ແມ່ນໜຶ່ງໃນບັນດາພາກພື້ນພັດທະນາເສດຖະກິດທີ່ຂະຫຍັນຂັນເຄື່ອນ. ພາຍຫລັງ 25 ປີແຫ່ງການພັດທະນາ, ການພົວພັນ ອາຊຽນ - ຈີນ ເປັນແບບຢ່າງສຳເລັດຜົນໃນການຮ່ວມມືຂອງ ອາຊຽນ ແລະ ບັນດາຄູ່ຮ່ວມມືສຳຄັນ. ທ່ານນາຍົກລັດຖະມົນຕີ ຖືວ່າ ນີ້ແມ່ນກາລະໂອກາດໝັ້ນຄົງ ເພື່ອເຊື່ອໝັ້ນວ່າ ໃນອະນາຄົດການຮ່ວມມືລະຫວ່າງ ຈີນ ແລະ ອາຊຽນ ຈະດີງາມ. ຕໍ່ໜ້າການນຳ ຈີນ ແລະ ບັນດາປະເທດ ອາຊຽນ ແລະ ນັກລົງທຶນນັບພັນຄົນ, ທ່ານນານົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ໃນ 5 ປີຈະມາເຖິງ, ຫວຽດນາມ ຈະຊຸກຍູ້ການເຕີບໂຕເສດຖະກິດໃຫ້ໝັ້ນຄົງ, ຕະຫລາດການຄ້ານັບມື້ນັບເປີດກ້ວາງ. ຫວຽດນາມ ໄດ້ເຂົ້າຮ່ວມສັນຍາການຄ້າເສລີ 12 ສະບັບ ແລະ ພວມເຈລະຈາສັນຍາການຄ້າຫລາຍສະບັບອື່ນໆອີກ. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ໃນອະນາຄົດບໍ່ໄກ ບັນດາວິສາຫະກິດລົງທຶນເຂົ້າ ຫວຽດນາມ ຈະມີໂອກາດສຳພັດກັບຕະຫລາດ 55 ຄູ່ຮ່ວມມື ໃນນັ້ນ ມີ 15 ຄູ່ຮ່ວມມືຂຶ້ນກັບກຸ່ມ G20. ພາຍຫລັງສິ້ນສຸດພິທີໄຂ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີເປີດສະຫຼອງຮ້ານວາງສະແດງແຫ່ງຊາດກິດຕິມະສັກດ້ວຍຫົວຂໍ້ວ່າ: ນະຄອນທີ່ສວຍງາມ.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 10/09 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສາທາລະນະລັດ ປະຊາຊົນ ຈີນ ຈາງສາວເຫຼືອ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ຫວຽດນາມ ຍືດໝັ້ນການປະຕິບັດແນວທາງການທູດສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫລາຍຮູບຫລາຍແບບ ແລະ ຫລາຍຝ່າຍ; ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືມິດຕະພາບກັບ ຈີນ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ການຢ້ຽມຢາມ ສາທາລະນະລັດ ປະຊາຊົນ ຈີນ ຢ່າງເປັນທາງການຄັ້ງນີ້ ທ່ານຈະພ້ອມກັບການນຳຂັ້ນສູງຂອງພັກ, ລັດຖະບານ ຈີນ ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນ 2 ປະເທດໃຫ້ພັດທະນາຢ່າງມີສະຖຽນລະພາບໃນໄລຍະຈະມາເຖິງ, ຕັ້ງໜ້າສົມທົບກັນແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ, ສິ່ງຕິດຂັດ, ນຳການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ 2 ປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່; ພ້ອມກັນຄວບຄຸມຄວາມບໍ່ລົງລອຍກັນບົນທະເລເປັນຢ່າງດີ, ຍືດໝັ້ນແກ້ໄຂບັນດາການຂັດແຍ້ງກັນດ້ວຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຮັກສາສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນອອກ ແລະ ພາກພື້ນ.
ແລະໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໃຫ້ການຕ້ອນຮັບທ່ານ ເພິ໋ງຈິງຮ໋ວາ ເລຂາຄະນະພັກເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈວາງ ແຂວງ ກວາງຊີ.