ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງການວັນຊາດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຕອຍບ່າຍວັນທີ 31/08, ຢູ່ສູນການປະຊຸມສາກົນ, ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາເປັນເຈົ້າພາບຈັດງານລ້ຽງບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າ, ຫົວໜ້າຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳ ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ພ້ອມກັບບັນດາການນຳພັກ ແລະ ລັດເຂົ້າຮ່ວມງານລ້ຽງ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ຫວຽດນາມ ສືບຕໍ່ແນວທາງການທູດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື; ຫັນເປັນຫລາຍຝ່າຍ, ເປັນຫລາຍຮູບຫລາຍແບບ; ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ຫວຽດນາມ ຍູ້ແຮງການພົວພັນມິດຕະພາບ, ການຮ່ວມມືກັບທຸກປະເທດ, ເພື່ອນມິດຢູ່ໃນໂລກ, ພິເສດແມ່ນເພີ່ມທະວີການພົວພັນຮ່ວມມືມິດຕະພາບ ສະໜິດສະໜົມກັບບັນດາປະເທດ ບ້ານໃກ້ເຮືອນຄຽງມີເສັ້ນຊາຍແດນຮ່ວມ; ພ້ອມກັບບັນດາປະເທດສະມາຊິກສ້າງປະຊາຄົມ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ, ສາມັກຄີ; ປະກອບຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ສະໜັບສະໜູນການແກ້ໄຂບັນດາຄວາມບໍ່ລົງລອຍກັນດ້ວຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ:
“ຂ້າພະເຈົ້າປາດຖະໜາວ່າ ໃນຖານະ ເປັນຜູ້ຕາງໜ້າຂອງບັນດາປະເທດ, ບັນດາອົງການຈັດຕັ້ງສາກົນຕ່າງໆ, ພວກເພື່ອນຈະສືບຕໍ່ເສີມຂະຫຍາຍບົດບາດພິເສດ, ຄວາມຮັບຜິດຊອບອັນສູງສົ່ງຂອງຕົນ ເພື່ອນຳບັນດາປະເທດ, ປະຊາຊົນພວກເຮົາຫຍັບໃຫ້ເຂົ້າມາໃກ້ກັນກ່ວາ ເພື່ອສັນຕິພາບ ແລະ ພັດທະນາວັດທະນາຖາວອນ. ຂ້າພະເຈົ້າເຊື່ອໝັ້ນວ່າ ພວກເພື່ອນ ແລະ ຄອບຄົວຈະມີໄລຍະເວລາດຳລົງຊີວິດ, ເຮັດວຽກທີ່ໜ້າຈົດຈຳພໍສົມຄວນ ດ້ວຍອະນຸສອນສວຍງາມຫລາຍຢ່າງກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ. ”