ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ຕັດແຖບຜ້າເປີດສະຫຼອງກິດຈະການ “ສະຫະກອນກັບລຸງໂຮ່”
(VOVWORLD) - ສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 – 19/5/2020), ຕອນເຊົ້າວັນທີ 16 ພຶດສະພາ, ຢູ່ເຂດປູສະນີຍະສະຖານປະຫວັດສາດແຫ່ງຊາດພິເສດ ກີມລຽນ, ສະຫະພັນສະຫະກອນຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນຕາແສງກີມລຽນ, ເມືອງນາມດ່ານ, ແຂວງເງະອານ ໄດ້ຈັດພິທີເປີດສະຫຼອງກິດຈະການ “ສະຫະກອນກັບລຸງໂຮ່”.
(ພາບ:TTXVN)
|
ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ໄດ້ຕັດແຖບຜ້າເປີດສະຫຼອງ ແລະ ຕິດປ້າຍໃຫ້ແກ່ກິດຈະການດັ່ງກ່າວ.
ກິດຈະການ “ສະຫະກອນກັບລຸງໂຮ່” ໄດ້ເລີ່ມລົງມືກໍ່ສ້າງເມື່ອວັນທີ 30 ສິງຫາປີ 2019 ດ້ວຍຍອດຈຳນວນເງິນລົງທຶນ 8 ຕື້ດົ່ງ ເພື່ອແນໃສ່ອາໄລຫາຄວາມຮູ້ບຸນຄຸນຂອງບັນດາພະນັກງານ, ພະລາກອນ ແລະ ຜູ້ອອກແຮງງານໃນລະບົບສະຫະພັນສະຫະກອນຫວຽດນາມ ຕໍ່ຄຸນງາມຄວາມດີອັນໃຫ່ຍຫຼວງຂອງປະທານໂຮ່ຈີມິນ ການນຳຜູ້ປີຊາສາມາດຂອງພັກ ແລະ ຊາດຫວຽດນາມ