ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງຕ້ອນຮັບ
ທ່ານນາງ Lina Pedraza Rodriguez
(ພາບ: kinhtenongthon.com.vn)
(vovworld) - ຕອນບ່າຍວັນທີ 18/9, ທີ່ການຕ້ອນຮັບທ່ານນາງ Lina Pedraza Rodriguez ລັດຖະມົນຕີວ່າການກະຊວງການເງິນ ແລະ ກຳນົດລາຄາ ກູບາ ພວມຢ້ຽມຢາມ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ຕີລາຄາສູງໝາກຜົນການເຮັດວຽກລະຫວ່າງ 2 ກະຊວງການເງິນ ຫວຽດນາມ ແລະ ການເງິນ ກູບາ. ທ່ານນາຍົກລັດຖະມົນຕີ ຢືນຢັນ: ການພົວພັນຮ່ວມມືຫລາຍດ້ານ ຫວຽດນາມ - ກູບາ ໃນໄລຍະຜ່ານມາແມ່ນດີງາມທີ່ສຸດ ແລະ ບັນລຸໄດ້ໝາກຜົນແທດຈິງຫລາຍຢ່າງ, ນຳມາເຊິ່ງຜົນປະໂຫຍດລວມໃຫ້ທັງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ຖືວ່າ: ໃນສະພາບການໃໝ່ 2 ຝ່າຍຄວນແລກປ່ຽນ, ສ້າງໂຄງການຮ່ວມມືໃໝ່ ເພື່ອນຳການພົວພັນຮ່ວມມື 2 ຝ່າຍກ້າວເຂົ້າສູ່ໄລຍະໃໝ່ພັດທະນາສູງກ່ວາເລິກເຊິ່ງ ແລະ ມີປະສິດທິຜົນກ່ວາ.