ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງມອບນາມມະຍົດ
ວິລະຊົນແຮງງານໃຫ້ແກ່VietinBank
_ພາບ: baomoi.com
|
(vovworld)- ຕອນເຊົ້າວັນທີ 8/7 ຢູ່ ຮ່າໂນ້ຍ, ທະນາຄານການຄ້າຫຸ້ນສ່ວນອຸດສາຫະກຳການຄ້າຫວຽດນາມ(Vietinbank) ໄດ້ຈັດຕັ້ງພິທີຮັບນາມມະຍົດວິລະຊົນແຮງງານ ແລະ ສະເຫລີມສະຫລອງ 25 ປີແຫ່ງວັນສ້າງຕັ້ງ. ປະຈຸບັນ, Vietinbank ມີ 160 ສາຂາຢູ່ພາຍໃນປະເທດ ແລະ 3 ສາຂາຢູ່ຕ່າງປະເທດ. ກ່າວຄຳເຫັນນະພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ເນັ້ນຫນັກວ່າ:
“ທະນາຄານການຄ້າຫຸ້ນສ່ວນອຸດສາຫະກຳການຄ້າ ຫວຽດນາມ ຄວນສຸມໃສ່, ຂ້ຽວຂາດປະຕິບັດບັນດາມາດຕະການປ່ຽນໃຫມ່ຮອບດ້ານ, ສູ້ຊົນພັດທະນາໃຫ້ກາຍເປັນທະນາຄານການຄ້າມີຂອບຂະຫນາດໃຫຍ່, ເຄື່ອນໄຫວຢ່າງປອດໄພ, ປະສິດທິຜົນ ແລະ ມີກຳລັງຄວາມສາມາດຄຸ້ມຄອງທີ່ກ້າວຫນ້າ, ສາມາດແກ້ງແຍ້ງຢູ່ພາຍໃນປະເທດ ແລະ ສາກົນ, ບັນລຸລະດັບພາກພື້ນກ່ຽວກັບຂອບຂະຫນາດ, ການຄຸ້ມຄອງ, ເຕັກໂນໂລຊີ ແລະ ຄວາມສາມາດແກ້ງແຍ້ງ. ປະກອບສ່ວນຕັ້ງຫນ້າພ້ອມກັບບັນດາທະນາຄານການຄ້າແຫ່ງລັດ ຍົກສູງບົດບາດຫລັກແຫລ່ງໃນລະບົບບັນດາອົງການສິນເຊື່ອຂອງຫວຽດນາມ.”