ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງກ່າວຄຳປາໄສທີ່
ກອງປະຊຸມ Shangri La 12
ພາບ:TTXVN
|
(vovworld) - ຕອນເຊົ້າວັນທີ 1/6, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ແລະ ຄະນະຜູ້ແທນຫວຽດນາມໄດ້ເດີນທາງອອກຈາກສິງກະໂປກັບຄືນເມືອປະເທດສິ້ນສຸດການຢ້ຽມຢາມ,ເຂົ້າຮ່ວມ ແລະ ກ່າວຄຳປາໄສຕົ້ນຕໍທີ່ພິທີໄຂກອງປະຊຸມ Shangri La 12 ຕາມຄຳເຊີນຂອງນາຍົກລັດຖະມົນຕີ ສິງກະໂປ ຫລີຊຽນຫລົງ ແລະ ຄະນະຈັດຕັ້ງກອງປະຊຸມ. ໃນໄລຍະຢູ່ສິງກະໂປແຕ່ວັນທີ 31/5- 1/6, ດ້ວຍຖານະເປັນແຂກຖືກເຊີນ, ນັກປະຖະກະຖາຕົ້ນຕໍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ໄດ້ເຂົ້າຮ່ວມ ແລະ ມີບົດປາໄສສຳຄັນທີ່ພິທີໄຂ, ເຂົ້າຢ້ຽມຂຳ່ນັບປະທານາທິບໍດີ ສິງກະໂປ Tony Tan Keng Yam, ພົບປະກັບນາຍົກລັດຖະມົນຕີສິງກະໂປ ຫລີຊຽນຫລົງ. ນາຍົກລັດຖະມົນຕີທັງສອງທ່ານ ໄດ້ຢັ້ງຢືນ: ຕັດສິນໃຈຊຸກຍູ້ການຮ່ວມມືກວ່າອີກໃນບັນດາຂົງເຂດ: ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາ, ກໍ່ສ້າງ, ການທ່ອງທ່ຽວ. ສອງຝ່າຍກໍເຫັນດີຈະສືບຕໍ່ສົມທົບກັນໃນວິວັດການເຈລະຈາສັນຍາຄູ່ຮ່ວມມືເຂດປາຊີຟີກ (TPP). ນາຍົກລັດຖະມົນຕີທັງສອງທ່ານຖືວ່າ: ອາຊຽນ ຄວນມານະພະຍາຍາມຮັກສາຄວາມສາມັກຄີພາຍໃນກຸ່ມ, ມີຄວາມຕັດສິນໃຈດ້ານການເມືອງສູງ, ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ ເພື່ອສ້າງປະຊາຄົມອາຊຽນໃນປີ 2015.
ກ່ອນຫນ້ານັ້ນ, ໃນຕອນຄຳ່ວັນທີ 31/5, ເມື່ອຕອບຄຳຖາມຂອງທ່ານ Christian Le Miere ນັກຮຽນຮູ້ຂັ້ນສູງກ່ຽວກັບທະຫານເຮືອ ແລະ ຄວາມປອດໄພການເດີນທະເລ ສັງກັດສະຖາບັນຄົ້ນຄ້ວາຍຸດທະສາດ ແລະ ສາກົນ ຂອງລາຊະອານາຈັກອັງກິດ ກ່ຽວກັບຄວາມສຳຄັນຂອງການປະຕິບັດຕາມກົດໝາຍສາກົນຢູ່ທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ຊີ້ແຈງທັດສະນະວ່າ:
“ພວກຂ້າພະເຈົ້າຮຽກຮ້ອງ ອາຊຽນ ແລະ ຈີນ ພ້ອມກັນປະຕິບັດ DOC ຢ່າງເຂັ້ມງວດ, ມານະພະຍາຍາມສ້າງ COC. ພວກເຮົາພ້ອມກັນສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ວັດທະນາຖາວອນ.”