ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ:ສືບຕໍ່ນຳການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາເຂົ້າສູ່ລວງເລິກ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຕ້ອນຮັບທ່ານ Benjamin Cardin, ສະມາຊິກສະພາສູງ ອາເມລິກາ
ພາບ:chinhphu.vn
|
(vovworld)- ຕອນເຊົ້າວັນທີ 28/5, ທີ່ການຕ້ອນຮັບທ່ານ Benjamin Cardin, ສະມາຊິກສະພາສູງ, ປະທານອະນຸກຳມະການອາຊີຕາເວັນອອກ-ປາຊີຟິກ ສັງກັດ ກຳມາທິການຕ່າງປະເທດສະພາສູງ ອາເມລິກາ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະຫນາຢາກພ້ອມກັບ ອາເມລິກາ ສືບຕໍ່ມານະພະຍາຍາມພັດທະນາການພົວພັນຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດໃຫ້ເລິກເຊິ່ງກວ່າ, ພ້ອມແລ້ວປຶກສາຫາລື, ແລກປ່ຽນຄຳເຫັນຢ່າງກົງໄປກົງມາກັບ ອາເມລິກາ ກ່ຽວກັບບັນດາຂົງເຂດຮ່ວມມື ກໍຄືບັນຫາຕ່າງໆຊື່ງສອງຝ່າຍຕ່າງມີຄວາມສົນໃຈ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແຈ້ງໃຫ້ທ່ານ Benjamin Cardin ຮັບຊາບວ່າ: ຫວຽດນາມ ໄດ້ເຂົ້າຮ່ວມການເຈລະຈາສັນຍາຄູ່ຮ່ວມມືເຂດປາຊີຟີກ (TPP) ດ້ວຍຄວາມຮັບຜິດຊອບຢ່າງສູງ, ຫວຽດນາມ ປາດຖະຫນາຢາກ ອາເມລິກາ ມີໄຫວພິບທີ່ຈຳເປັນ, ເໝາະສົມໃນວິວັດການເຈລະຈາເພື່ອສິ້ນສຸດການເຈລະຈາສັນຍາ TPP ໂດຍໄວ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະແດງຄວາມຂອບອົກຂອບໃຈ ຕໍ່ຝ່າຍອາເມລິກາ ທີ່ໄດ້ມີສຽງເວົ້າຄັດຄ້ານການກະທຳຂອງຈີນ ທີ່ໄດ້ຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະແລະເຂດໄຫລ່ທະວີບຂອງຫວຽດນາມ ແລະ ປາດຖະຫນາຢາກອາເມລິກາ ຈະສືບຕໍ່ມີສຽງເວົ້າຢ່າງແຮງກວ່າອີກເພື່ອຄັດຄ້ານການກະທຳໂດຍບໍ່ຫົວຊາຕໍ່ກົດໝາຍສາກົນທີ່ກ່າວມາຂ້າງເທິງຂອງຈີນ.
ເມື່ອແຈ້ງບັນດາໝາກຜົນຕົ້ນຕໍໃນການເຈລະຈາກັບປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ ແລະ ຮອງນາຍົກລັດຖະມົນຕີ,ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ, ທ່ານສະມາຊິກສະພາສູງອາເມລິກາ Benjamin Cardin ຢືນຢັນ: ອາເມລິກາ ຢາກຊຸກຍູ້ການພົວພັນຮ່ວມມືຫລາຍດ້ານກັບຫວຽດນາມກວ່າອີກ. ເມື່ອເຕື້ອງເຖິງສະພາບການສັບສົນຢູ່ທະເລຕາເວັນອອກ, ທ່ານ Benjamin Cardin ສະແດງຄວາມຂັດໃຈ ແລະ ວິຕົກກັງວົນຕໍ່ຫນ້າການກະທຳເກາະຜິດຂອງຈີນ ແລະ ຖືວ່າ: ເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນຢູ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫລ່ທະວີບຂອງຫວຽດນາມ ແມ່ນການລະເມີດກົດໝາຍສາກົນຢ່າງຮ້າຍແຮງ, ກໍ່ຄວາມຂາດສະຖຽນລະພາບ ແລະ ນາບຂູ່ໂດຍກົງເຖິງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພການເດີນທະເລຢູ່ທະເລຕາເວັນອອກ.