ທ່ານນາຍົກລັດຖະມົນຕີີຫວຽດນາມ ຫງວຽນຊວນຟຸກ ເລີ່ມຕົ້ນການຢ້ຽມຢາມ ສ.ເຊັກໂກ ຢ່າງເປັນທາງການ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Vaclav Havel, ນະຄອນຫຼວງ Praha, ເລີ່ມຕົ້ນການຢ້ຽມຢາມ ສາທາລະນະລັດ ເຊັກໂກ ຢ່າງເປັນທາງການ ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ເຊັກໂກ Andrej Babis.

ວັນທີ 16 ເມສາ, ພາຍຫຼັງສິ້ນສຸດການຢ້ຽມຢາມ ຣູມານີ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Vaclav Havel, ນະຄອນຫຼວງ Praha, ເລີ່ມຕົ້ນການຢ້ຽມຢາມ ສາທາລະນະລັດ ເຊັກໂກ ຢ່າງເປັນທາງການ ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ເຊັກໂກ Andrej Babis.

        ຕາມລາຍການແລ້ວ, ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືກຈັດຂຶ້ນຢ່າງສົມກຽດໃນວັນທີ 17 ເມສາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ທ່ານນາຍົກລັດຖະມົນຕີ Andrej Babis ມີການເຈລະຈາ, ປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງສອງປະເທດ, ເປັນສັກຂີພິຍານພິທີລົງນາມໃນເອກະສານສະບັບຕ່າງໆ ກ່ຽວກັບການຮ່ວມມືໃນບັນດາຂົງເຂດລະຫວ່າງສອງປະເທດ. ໃນການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກໍຈະມີການພົບປະກັບປະທານສະພາຕໍ່າ ເຊັກໂກ, ເຂົ້າຢ້ຽມຂໍ່່ານັບທ່ານປະທານາທິບໍດີ ເຊັກໂກ ແລະ ເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ - ເຊັກໂກ

ທ່ານນາຍົກລັດຖະມົນຕີີຫວຽດນາມ ຫງວຽນຊວນຟຸກ ເລີ່ມຕົ້ນການຢ້ຽມຢາມ ສ.ເຊັກໂກ ຢ່າງເປັນທາງການ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານJiri Smejc, ປະທານບໍລິສັດ Home Credit (ພາບ: chinhphu.vn)

        ໃນຂອບເຂດການຢ້ຽມຢາມ ສ.ເຊັກໂກ ຢ່າງເປັນທາງການ, ພາຍຫຼັງໄປຮອດນະຄອນຫຼວງ Praha, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Marcel Winter, ປະທານກິດຕິມະສັກ ສະມາຄົມມິດຕະພາບ ເຊັກໂກ - ຫວຽດນາມ; ຕ້ອນຮັບທ່ານ Jiri Smejc, ປະທານບໍລິສັດ Home Credit, ເຊິ່ງແມ່ນບໍລິສັດການເງິນໃຫຍ່ທີ່ສຸດໃນໂລກ ແລະ ແມ່ນນັກລົງທຶນຕ່່າງປະເທດໃຫຍ່ທີ່ສຸດຂອງ ເຊັກໂກ; ຫຼັງຈາກນັ້ນ, ທ່ານ ກໍໃຫ້ການຕ້ອນຮັບ ຄະນະບໍລິຫານງານ ສະມາຄົມຊາວ ຫວຽດນາມ ປະຈໍາ ເອີີຣົບ;

ທ່ານນາຍົກລັດຖະມົນຕີີຫວຽດນາມ ຫງວຽນຊວນຟຸກ ເລີ່ມຕົ້ນການຢ້ຽມຢາມ ສ.ເຊັກໂກ ຢ່າງເປັນທາງການ - ảnh 2 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຢ້ຽມຢາມ ແລະ ໂອ້ລົມກັບພາລະກອນ, ພະນັກງານ ສະຖານທູດຫວຽດນາມ ປະຈໍາ ເຊັກໂກ(ພາບ: chinhphu.vn)

ກໍໃນວັນທີ 16 ເມສາ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ກໍ່ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພາລະກອນ, ພະນັກງານ ສະຖານທູດຫວຽດນາມ ປະຈໍາ ເຊັກໂກ.

ຕອບກັບ

ຂ່າວ/ບົດ​ອື່ນ