ກອງປະຊຸມຂອງລັດຖະບານກັບບັນດາທ້ອງຖິ່ນ
|
(vovworld) - ຕອນເຊົ້າວັນທີ 29/12, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສືບຕໍ່ເປັນປະທານກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນັດຂອງລັດຖະບານກັບທ້ອງຖີ່ນຕ່າງໆ. ບັນດາກະຊວງ, ຂະແໜງການສູນກາງສືບຕໍ່ປະກອບຄວາມເຫັນກ່ຽວກັບສະພາບການປະຕິບັດໜ້າທີ່ເສດຖະກິດ ສັງຄົມປີ 2016 ແລະ ມາດຕະການແກ້ໄຂໃນປີ 2017 ກໍ່ຄືຕອບຄຳເຫັນເຊິ່ງທ້ອງຖີ່ນຕ່າງໆຍົກອອກມາໃນວາລະປະຊຸມວັນທີ 28/12. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງທະນາຄານແຫ່ງລັດສືບຕໍ່ຮັກສາສະກຸນເງິນດົ່ງໃຫ້ມີຄວາມໝັ້ນທ່ຽງ, ຫຼຸດຜ່ອນກຳໄລເພື່ອດຶງດູດການລົງທຶນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງບັນດາທ້ອງຖີ່ນ, ພິເສດແມ່ນບັນດາແຂວງທີ່ຮັບການໜູນຊ່ວຍຈາກງົບປະມານຕ້ອງມີຄວາມປະຢັດໃນການໃຊ້ຈ່າຍ. ທ່ານນາຍົກລັດຖະມົນຕີໃຫ້ຂໍ້ສັງເກດວ່າ, ເຖິງວ່າປີ 2017 ຄາດຄະເນວ່າຍັງມີການຜັນແປສັບສົນຫຼາຍຢ່າງກໍ່ຕາມ, ແຕ່ທະນາຄານແຫ່ງລັດຕ້ອງປະຕິບັດໜ້າທີ່ຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັກສາສະກຸນເງິນດົ່ງໃຫ້ມີຄວາມໝັ້ນທ່ຽງ. ພ້ອມກັບການລະດົມເງິນຕາຕ່າງປະເທດ ແລະ ຄຳຂອງສັງຄົມ, ທະນາຄານແຫ່ງລັດຕ້ອງມີວິທີນຳເຂົ້າການຜະລິດ, ຫຼີກເວັ້ນສະພາບດຳເນີນທຸລະກິດຄຳຢ່າງຜິດກົດໝາຍ, ກໍ່ໄພເງິນເຟີ້ ແລະ ສົ່ງຜົນສະທ້ອນເຖິງເງິນດົ່ງ ຫວຽດນາມ.