ທ່ານນາຍົກລັດຖະມົນຕີຮຽກຮ້ອງເພີ່ມທະວີວຽກງານຄຸ້ມຄອງ,ປົກປັກຮັກສາປ່າ

(VOVWORLD) -ຕອນເຊົ້າວັນທີ 14 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດທົ່ວປະເທດ ກ່ຽວກັບການເພີ່ມທະວີວຽກງານຄຸ້ມຄອງ, ປົກປັກຮັກສາປ່າ ແລະ ມາດຕະການປະຕິບັດໃນໄລຍະຈະມາເຖິງ.

ທ່ານນາຍົກລັດຖະມົນຕີຮຽກຮ້ອງເພີ່ມທະວີວຽກງານຄຸ້ມຄອງ,ປົກປັກຮັກສາປ່າ - ảnh 1 (ກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດທົ່ວປະເທດ

ກ່ຽວກັບການເພີ່ມທະວີວຽກງານຄຸ້ມຄອງ, ປົກປັກຮັກສາປ່າ)

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆປຶກສາຫາລືກ່ຽວກັບມາດຕະການ ເພື່ອຊ່ວຍຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ທີ່ດຳລົງຊີວິດດ້ວຍອາຊີບປູກປ່າ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ໄດ້ເນັ້ນໜັກເຖິງເລື່ອງເຊີດຊູຄວາມຮັບຜິດຊອບຂອງສ່ວນບຸກຄົນໃນການປົກປັກຮັກສາ, ພັດທະນາປ່າ.

        “ພວກເຮົາມີລະບົບການເມືອງ ຈາກສູນກາງລົງຮອດຂັ້ນຮາກຖານ, ມີອົງການສະເພາະກິດປົກປ້ອງປ່າ. ພວກເຮົາຕ້ອງຖືການທຳລາຍປ່າແມ່ນການລະເມີດກົດໝາຍຄວາມໄດ້ຮັບລົງໂທດ. ຈາກນັ້ນກຳນົດຄວາມຮັບຜິດຊອບຂອງບັນດາອົງການທີ່ກ່ຽວຂ້ອງ, ຄະນະພັກອຳນາດການປົກຄອງທ້ອງຖິ່ນ, ບໍ່ມີເຂດຫ້າມໃນການລົງໂທດການລະເມີດ”.

ຕອບກັບ

ຂ່າວ/ບົດ​ອື່ນ