ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
(ພາບປະກອບ)

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊ​ີນຂອງ​ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ, ທ່ານ​ນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກ ກຳປູ​ເຈຍ Samdech Hun Sen ​ແລະ ພັນ​ລະຍາ ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 26 – 28/12. ຫວຽດນາມ ​ແມ່ນ​ປະ​ເທດ​ທຳ​ອິດ​ເຊິ່ງທ່ານ​ນາຍົກລັດຖະມົນຕີ Samdech Hun Sen ​ໄປ​ຢ້ຽມຢາມ ພາຍຫຼັງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນ​ຕີຄືນ​ໃໝ່. ​​ເດີນທາງ​ພ້ອມ​ກັບ​ທ່ານ​ນາຍົກລັດຖະມົນຕີ Samdech Hun Sen ​​ໃນຄັ້ງ​ນີ້​ມີ​ ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ Hor Namhong; ທ່ານ​ລັດຖະມົນຕີ​ຂັ້ນ​ສູງ​​ຮັບຜິດຊອບ​ບັນຫາ​ຊາຍ​ແດນ Var Kimhong; ທ່ານ​ລັດຖະມົນຕີ​ຂັ້ນ​ສູງ, ລັດຖະມົນຕີ​ກະຊວງ​ການ​ຄ້າ Sun Chanthol ​ແລະ ບັນດາ​ລັດຖະມົນຕີ​ກະຊວງ​ອື່ນໆ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ