ທ່ານນາຍົກລັດຖະມົນຕີ ຊີ້ນຳຍູ້ໄວການສັກວັກຊິນກັນໂຄວິດ - 19 ເຂັມທີ 3 ແລະ ເຂັມທີ 4
(VOVWORLD) -ຕໍ່ໜ້າການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງ ພະຍາດໂຄວິດ - 19, ເປັນຕົ້ນແມ່ນການປະກົດຂຶ້ນເຊື້ອໄວຣັ້ດສາຍພັນໃໝ່ BA.
""""
ສັກວັກຊິນໃຫ້ແກ່ປະຊາຊົນ (ພາບ: baochinhphu.vn) |
5 ຂອງເຊື້ອໄວຣັດ SARS-CoV-2 ແລະ ໄດ້ແຊກຊືມເຂົ້າຫວຽດນາມ ເຮັດໃຫ້ເພີ່ມຂຶ້ນຄວາມສ່ຽງເກີດພະຍາດໂຄວິດ - 19 ຄືນໃໝ່, ວັນທີ 2 ກໍລະກົດ, ຫ້ອງວ່າການລັດຖະບານໄດ້ປະກາດໃຊ້ເອກະສານຖ່າຍທອດຄຳເຫັນ ຊີ້ນຳຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີວຽກງານປ້ອງກັນ, ຕ້ານພະຍາດໂຄວິດ - 19.
ຕາມນັ້ນແລ້ວ, ເພື່ອເພີ່ມທະວີການຄວບຄຸມພະຍາດໂຄວິດ - 19, ສ້າງເງື່ອນໄຂສະດວກໃຫ້ແກ່ການຍູ້ແຮງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ກະຊວງສາທາລະນະສຸກຮີບດ່ວນ, ເດັດດ່ຽວກ່ວາອີກ ໃນການຊຸກຍູ້, ໜູນຊ່ວຍທ້ອງຖິ່ນຍູ້ໄວການສັກວັກຊິນກັນໂຄວິດ - 19 ຕາມເປົ້າໝາຍຂອງລັດຖະບານ, ເຊິ່ງຕ້ອງຮັບປະກັນຄວາມປອດໄພ, ວິທະຍາສາດ, ປະສິດທິຜົນ. ຮັບປະກັນການສະໜອງຢຸກຢາປິ່ນປົວພະຍາດ, ຜະລິດຕະພັນການຢາ, ວັດຖຸອຸປະກອນຮັບໃຊ້ການປິ່ນປົວພະຍາດ ແລະ ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ - 19 ໃນທົ່ວປະເທດຢ່າງຄົບຖ້ວນ ແລະ ທັນການ.