(ພາບປະກອບ / AFP)
vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ພັນລະຍາ ເລີ່ມຕົ້ນຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 16 – 17/01/2017. ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ສະແດງໃຫ້ເຫັນຄວາມຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງຂອງ 2 ປະເທດ. ການຢ້ຽມຢາມເປັນການຢືນຢັນໃຫ້ເຫັນວ່າ ຫວຽດນາມ ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນ ແລະ ຍາວນານ. 2 ຝ່າຍປາດຖະໜາຢາກສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຊຸກຍູ້ການຮ່ວມມືໃນຫລາຍຂົງເຂດ, ໃນນັ້ນມີການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ທຶນຊ່ວຍເຫຼືອລ້າ (ODA), ກະສິກຳ, ການສຶກສາ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ແຮງງານ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົບປະແລກປ່ຽນປະຊາຊົນ 2 ປະເທດ.
ເນື່ອງໃນໂອກາດນີ້ພາຍຫລັງພາກຂ່າວ VOV ມີບົດຂຽນທີ່ພາດຫົວຂໍ້ວ່າ ການພົວພັນ ຫວຽດນາມ - ຍີ່ປຸ່ນ ເຊີນທ່ານຕິດຕາມຮັບຟັງ.