ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກວດກາບັນດາໂຄງການຈຸດສຸມຢູ່ແຂວງ ບິ່ງເຢືອງ

(VOVWORLD) -ຕອນເຊົ້າວັນທີ 3 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງກວດກາບັນດາໂຄງການຈຸດສຸມຢູ່ ບໍລິເວນແຂວງ ບິ່ງເຢືອງ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກວດກາບັນດາໂຄງການຈຸດສຸມຢູ່ແຂວງ ບິ່ງເຢືອງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງກວດກາບັນດາໂຄງການຈຸດສຸມຢູ່ ບໍລິເວນແຂວງ ບິ່ງເຢືອງ.(ພາບ:VOV)

າຍຫລັງກວດກາພື້ນທີ່ຕົວຈິງໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ນະຄອນ ໂຮ່ຈີມິນ -ຖູເຢົ່າໂມດ - ເຈີນແທ່ງ, ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານ, ລົງກວດກາບາງໂຄງການອື່ນອີກ. ທ່ານນາຍົກລັດຖະມົນຕີ ສະເຫນີວ່າ: ໃນເດືອນມິຖຸນາປີ 2023, ຕ້ອງກໍ່ສ້າງສຳເລັດເສັ້ນທາງເຊື່ອມຕໍ່ໃສ່ເສັ້ນທາງຄວາມໄວສູງ ນະຄອນ ໂຮ່ຈີມິນ - ຖູເຢົາໂມດ- ເຈີນແທ່ງ ດ້ວຍຄວາມຍາວ 1,7 ກິໂລແມັດ ເພື່ອຫລຸດຜ່ອນສະພາບລົດຕິດ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ລົງກວດກາຄວາມຄືບຫນ້າໂຄງການກໍ່ສ້າງໂຮງໝໍຫລາຍຂະແຫນງຫລັງໃຫມ່ດ້ວຍຂອບຂະຫນາດ 1.500 ຕຽງ  ຢູ່ ເມືອງ ດິ້ງຮວາ, ນະຄອນ ຖູເຢົາໂມດ ແຂວງ ບິ່ງເຢືອງ.

 

ຕອບກັບ

ຂ່າວ/ບົດ​ອື່ນ