ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ກໍ່​ສ້າງ ດົ່ງ​ນາຍ ໃຫ້​ກາຍ​ເປັນ​ສູນ​ອຸດ​ສະ​ຫະ​ກຳ, ຕົວ​ເມືອງ​ໃຫຍ່, ທັນ​ສະ​ໄຫມ​ຂອງ​ທົ່ວ​ປະ​ເທດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເຫນີ ແຂວງ ດົ່ງນາຍ ສູ້ຊົນໃຫ້ກາຍເປັນທ້ອງຖິ່ນພັດທະນາເສດຖະກິດແຖວຫນ້າຂອງທົ່ວປະເທດ; ມີລະດັບການເຕີບໂຕສູງ, ນອນໃນກຸ່ມມີລາຍຮັບສູງໃນ Top ນຳຫນ້າທົ່ວປະເທດ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ກໍ່​ສ້າງ ດົ່ງ​ນາຍ ໃຫ້​ກາຍ​ເປັນ​ສູນ​ອຸດ​ສະ​ຫະ​ກຳ, ຕົວ​ເມືອງ​ໃຫຍ່, ທັນ​ສະ​ໄຫມ​ຂອງ​ທົ່ວ​ປະ​ເທດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ

ຕອນເຊົ້າວັນທີ 24 ກັນຍາ, ຢູ່ ນະຄອນ ບຽນຮ່ວາ ແຂວງ ດົ່ງນາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການເຮັດວຽກກັບ ຄະນະປະຈຳຄະນະພັກແຂວງ ດົ່ງນາຍ ເພື່ອຕີລາຄາກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມຢູ່ ບໍລິເວນແຂວງໃນ 8 ເດືອນຜ່ານມາຂອງປີນີ້.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເຫນີ ແຂວງ ດົ່ງນາຍ ສູ້ຊົນໃຫ້ກາຍເປັນທ້ອງຖິ່ນພັດທະນາເສດຖະກິດແຖວຫນ້າຂອງທົ່ວປະເທດ; ມີລະດັບການເຕີບໂຕສູງ, ນອນໃນກຸ່ມມີລາຍຮັບສູງໃນ Top ນຳຫນ້າທົ່ວປະເທດ. ໃນນັ້ນ ເອົາໃຈໃສ່ເຖິງການພັດທະນາພື້ນຖານໂຄງລ່າງຍຸດທະສາດຢ່າງຄົບຊຸດທີ່ອັດສະລິຍະທັນສະໄຫມ; ພັດທະນາວິທະຍາສາດເຕັກໂນໂລຊີ; ຮັບປະກັນຊີວິດສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ການພັດທະນາສີຂຽວ, ວ່ອງໄວ, ໝັ້ນຄົງ. ພ້ອມທັງໃຫ້ບຸລິມະສິດພັດທະນາບາງຂະແຫນງອຸດສາຫະກຳປາຍແຫລມ, ເຕັກໂນໂລຊີໃຫມ່, ເຕັກໂນໂລຊີສູງ, ສູນຄົ້ນຄ້ວາພັດທະນາ..

 “ຂ້າພະເຈົ້າປາດຖະຫນາວ່າ ດ້ວຍທີ່ຕັ້ງບົດບາດຍຸດທະສາດຂອງແຂວງ ດົ່ງນາຍ ໃຫ້ເປັນສູນເຊື່ອມຕໍ່ຂອງເຂດທາງທິດຕາເວັນອອກພາກໃຕ້, ມຸ່ງໄປເຖິງຕ້ອງກາຍເປັນສູນອຸດສາຫະກຳ, ຕົວເມືອງໃຫຍ່, ທັນສະໄຫມຂອງທົ່ວປະເທດ; ມີລະບົບເຊື່ອມຕໍ່ພື້ນຖານໂຄງລ່າງຢ່າງຄົບຊຸດ,ອັດສະລິຍະ, ທັນສະໄຫມ; ເປັນສູນພົວພັນຄການຄ້າສາກົນ, ການທ່ອງທ່ຽວ, ການບໍລິການ ຕິດພັນກັບຕົວເມືອງທັນສະໄຫມລະດັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ