ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕີ​ລາ​ຄາ​ສູງ​​ຕໍ່ຜົນງານ​ເຊິ່ງ​ປະ​ຊາ​ຊົນ ຊອກ​ຈັງ ບັນ​ລຸ​ໄດ້​ພາ​ຍຫຼັງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ​ແຂວງ​ຊອກ​ຈັງ​ຄືນ​ໃໝ່

(VOVWORLD) -ຕອນຄ່ຳວັນທີ 27 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງແຂວງ ຊອກຈັງ ຄືນໃໝ່ (ເດືອນເມສາ ປີ 1992 - ເດືອນ ເມສາ ປີ 2022), ຮັບຫຼຽນໄຊໂຮ່ຈີມິນ ແລະ ຂໍ້ຕົກລົງວ່າດ້ວຍການຮັບຮອງເອົານະຄອນຊອກຈັງບັນລຸຕົວເມືອງປະເພດ II ຂຶ້ນກັບແຂວງ ຊອກຈັງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕີ​ລາ​ຄາ​ສູງ​​ຕໍ່ຜົນງານ​ເຊິ່ງ​ປະ​ຊາ​ຊົນ ຊອກ​ຈັງ ບັນ​ລຸ​ໄດ້​ພາ​ຍຫຼັງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ​ແຂວງ​ຊອກ​ຈັງ​ຄືນ​ໃໝ່ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມ ແລະ ບັນດາຜົນງານ ເຊິ່ງ ແຂວງ ຊອກຈັງ ບັນລຸໄດ້ໃນຕະຫຼອດໄລຍະ 30 ປີແຫ່ງການກໍ່ສ້າງ ແລະ ພັດທະນາ, ປະກອບສ່ວນເຂົ້າໃນຜົນງານລວມຂອງທົ່ວປະເທດຢ່າງແທດຈິງ. ທ່ານນາຍົກລັດຖະມົຕີ ສະເໜີໃຫ້ ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງຊອກຈັງ ສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງທ້ອງຖິ່ນຢ່າງມີປະສິດທິຜົນ ເພື່ອພັດທະນາເສດຖະກິດ - ສັງຄົມຢ່າງຮອບດ້ານ.

        ແລະກໍ່ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ນຳໜ້າຄະນະປະຕິບັດງານຂອງລັດຖະບານ ໄປສຳຫຼວດກວດກາຕົວຈິງ ເຂດທ່າກ່ຳປັ່ນ ເຈິ່ນເດ, ສຳຫຼວດກວດກາເຂດອຸດສາຫະກຳ ເຈິ່ນເດ, ກວດກາໂຄງການກໍ່ສ້າງໂຮງງານໄຟຟ້າຖ່ານຫີນ ລອງຝູ 1, ຢູ່ຕາແສງ ລອງດຶກ, ເມືອງ ລອງຝູ, ແຂວງຊອກຈັງ.

  ໂດຍສືບຕໍ່ລາຍການປະຕິບັດງານຢູ່ແຂວງຊອກຈັງ, ຕອນເຊົ້າວັນທີ 28 ເມສາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງ ຊອກຈັງ ປີ 2022 ດ້ວຍຫົວຂໍ້ “ ຮ່ວມເດີນທາງ - ຮ່ວມມື - ພັດທະນາ”.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແບ່ງປັນ ບັນຫາເພື່ອສ້າງ ແລະ ພັດທະນາສະພາບແວດລ້ອມແຫ່ງການລົງທຶນ, ລະບົບນິເວດແຫ່ງການລົງທຶນມຸ່ງໄປເຖິງເປົ້າໝາຍ: “ເປີດເຜີຍ, ໂປ່ງໄສ, ສະເໝີພາບ, ປອດໄພ, ມີປະສິດທິຜົນ, ຍືນຍົງ”.

ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຕ້ອງຕິດແທດແຜນນະໂຍບາຍ, ແນວທາງຂອງພັກ ໃນໂຄງການການເມືອງກ່ຽວກັບການສ້າງສາປະເທດຊາດ ໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ, ກໍ່ສ້າງລະບອບລະບຽບການ, ກົນໄກຢ່າງໂປ່ງໄສ, ເປີດເຜີຍ,ມີສະຖຽນລະພາບ ປະກອບສ່ວນພັດທະນາລະບົບນິເວດແຫ່ງການລົງທຶນ, ປະຕິບັດບາດກ້າວບຸກທະລຸຍຸດທະສາດ ກ່ຽວກັບພື້ນຖານໂຄງລ່າງ, ແຫຼ່ງຊັບພະຍາກອນມະນຸດ ແລະ ລະບອບລະບຽບການ. ບັນດາການນຳ, ນັກຄຸ້ມຄອງ, ນັກລົງທຶນ ລ້ວນແຕ່ມີຄວາມຮັບຜິດຊອບໃນການປະຕິບັດບາດກ້າວບຸກທະລຸນີ້. ທ່ານນາຍົກລັດຖະມົນຕີ ຖືວ່າ ຕ້ອງເລືອກເອົາປະຕິບັດບັນຫາບຸລິມະສິດ, ແຜ່ກະຈາຍໃນວົງກວ້າງ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ