ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບປະທານກຸ່ມບໍລິສັດ APM Holding

(VOVWORLD) - ທ່ານນາຍົກລັດຖະມົນຕີສະເໜີໃຫ້ກຸ່ມບໍລິສັດຄົ້ນຄວ້າ, ເຂົ້າຮ່ວມໂຄງການລະອຽດຈຳນວນໜຶ່ງເຊິ່ງ ຫວຽດນາມ ພວມຮຽກຮ້ອງການລົງທຶນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບປະທານກຸ່ມບໍລິສັດ APM Holding - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ Robert Maersk Uggla, ປະທານກຸ່ມບໍລິສັດ A.P.Moller Holding)

        ຕອນບ່າຍວັນທີ 23 ກັນຍາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Robert Maersk Uggla, ປະທານກຸ່ມບໍລິສັດ A.P.Moller Holding (APM Holding, ແດນມາກ), ທັງເປັນປະທານ Maersk, ສະມາຊິກຂອງ APM Holding. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ກຸ່ມບໍລິສັດຄົ້ນຄວ້າ, ເຂົ້າຮ່ວມໂຄງການລະອຽດຈຳນວນໜຶ່ງເຊິ່ງ ຫວຽດນາມ ພວມຮຽກຮ້ອງການລົງທຶນ, ຄື: ທ່າກຳປັ່ນ ລຽນຈ໋ຽວ (ດ່ານັ້ງ), ທ່າກຳປັ່ນສາກົນ ເກິນເຢີ (ນະຄອນ ໂຮ່ຈີມິນ), ທ່າກຳປັ່ນຈຳນວນໜຶ່ງຢູ່ພາກເໜືອ, ພາກກາງ, ທາງທິດຕາເວັນຕົກພາກໃຕ້ ແລະ ລົງທຶນເຂົ້າບັນດາຂົງເຂດອື່ນ, ຄື: ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເສດຖະກິດໝູນວຽນ; ປະກອບຄຳເຫັນໃສ່ນະໂຍບາຍ, ໜູນຊ່ວຍ ຫວຽດນາມ ສຳຜັດກັບແຫຼ່ງການເງິນສາກົນ ເພື່ອພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ຄື: ທ່າກຳປັ່ນ, ສະໜາມບິນ, ເສັ້ນທາງລົດໄຟຄວາມໄວສູງ…

        ສ່ວນທ່ານ Robert Maersk Uggla ໃຫ້ຮູ້ວ່າ, ກຸ່ມບໍລິສັດເຫັນໄດ້ຄວາມສາມາດບົ່ມຊ້ອນ, ກາລະໂອກາດຫຼາຍຢ່າງຢູ່ ຫວຽດນາມ ແລະ ປາດຖະໜາຢາກປະກອບສ່ວນຫຼາຍກວ່າໃຫ້ແກ່ການພັດທະນາຂອງ ຫວຽດນາມ; ຊອກຮູ້ບັນດາກາລະໂອກາດລົງທຶນເພື່ອສ້າງທ່າກຳປັ່ນຄອນເທນເນີນ້ຳເລິກທີ່ມີຂອບຂະໜາດໃຫຍ່, ທັນສະໄໝ, ກໍຄືບັນດາໂຄງການ logistics ຍຸດທະສາດຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ