ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ປຸກ​ລະ​ດົມ​ການ​ແຂ່ງ​ຂັນ​ຈຸດ​ເວ​ລາສູງ​ສຸດ​ 450 ວັນ​ແຫ່ງ​ການ​ປະ​ຕິ​ບັດ​ສຳ​ເລັດ​ ການລົບ​ລ້າງ​ເຮືອນ​ຊົ່ວ​ຄາວ, ເຮືອ​ນຮົ່ວ​ໃນ​ທົ່ວ​ປະ​ເທດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ເນັ້ນໜັກ ແນວທາງຢ່າງຈະແຈ້ງຂອງພັກ ແລະ ລັດວ່າ ບໍ່ຍ້ອມເສຍສະຫຼະຄວາມສະເໝີພາບ, ຄວາມກ້າວໜ້າສັງຄົມ, ການໜູນຊ່ວຍສັງຄົມ, ສິ່ງແວດລ້ອມ ເພື່ອແລກເອົາ ການເຕີບໂຕພຽງຢ່າງດຽວ, ເຮັດແນວໃດໃຫ້ປະຊາຊົນມີກການດຳລົງຊີວິດທີ່ອີ່ມໜຳສຳລານສົມບູນພູມສຸກ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ປຸກ​ລະ​ດົມ​ການ​ແຂ່ງ​ຂັນ​ຈຸດ​ເວ​ລາສູງ​ສຸດ​ 450 ວັນ​ແຫ່ງ​ການ​ປະ​ຕິ​ບັດ​ສຳ​ເລັດ​ ການລົບ​ລ້າງ​ເຮືອນ​ຊົ່ວ​ຄາວ, ເຮືອ​ນຮົ່ວ​ໃນ​ທົ່ວ​ປະ​ເທດ  - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ລາຍການ (ພາບ: VOV)

ຕອນຄ່ຳວັນທີ 5 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ປະທານສະພາແຂ່ງຂັນ - ຍ້ອງຂໍມອບຂອງຂວັນ, ປຸກລະດົມການແຂ່ງຂັນໃນຈຸດເວລາສູງສຸດ 450 ວັນເພື່ອປະຕິບັດສຳເລັດການລົບລ້າງເຮືອນຊົ່ວຄາວ, ເຮືອນຮົ່ວໃນທົ່ວປະເທດ ໃນໂຄງການ “ເຮືອນຢູ່ໃຫ້ແກ່ພໍ່ແມ່ປະຊາຊົນຂ້ອຍ” ທີ່ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ.

ໂດຍປຸກລະດົມການແຂ່ງຂັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ປີ 2025 ແມ່ນປີຈັດຕັ້ງຫຼາຍວັນບຸນໃຫຍ່ຂອງທົ່ວປະເທດຄື: ສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (1930 - 2025), 50 ປີແຫ່ງວັນປົດປ່ອຍເຂດພາກໃຕ້ທ້ອນໂຮມປະເທດຊາດເປັນເອກະພາບ (1975 - 2025), 135 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ (1890 - 2025), ດັ່ງນັ້ນ ລັດຖະບານປຸກລະດົມຂະບວນການທົ່ວປະເທດຮ່ວມແຮງຮ່ວມໃຈລົບລ້າງເຮືອນຊົ່ວຄາວ, ເຮືອນຮົ່ວໃນປີ 2025 ເພື່ອໃຫ້ປະຊາຊົນໃນທົ່ວປະເທດໄດ້ຮັບຜົນສຳເລັດຂອງການພັດທະນາປະເທດຊາດ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ແນວທາງຂອງພັກ ແລະ ລັດຢ່າງຈະແຈ້ງວ່າ ບໍ່ຍ້ອມເສຍສະຫຼະຄວາມສະເໝີພາບ, ຄວາມກ້າວໜ້າສັງຄົມ, ການໜູນຊ່ວຍສັງຄົມ, ສິ່ງແວດລ້ອມ ເພື່ອແລກເອົາ ການເຕີບໂຕພຽງຢ່າງດຽວ, ເຮັດແນວໃດໃຫ້ປະຊາຊົນມີກການດຳລົງຊີວິດທີ່ອີ່ມໜຳສຳລານສົມບູນພູມສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ