ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະ, ເຈລະຈາກັບການນຳບັນດາປະເທດ

(VOVWORLD) - ນາຍົກລັດຖະມົນຕີ 2 ທ່ານຢືນຢັນຄວາມຕັດສິນໃຈນຳການພົວພັນລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະ, ເຈລະຈາກັບການນຳບັນດາປະເທດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະເຈລະຈາກັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol
(ພາບ: TTXVN)

        ຕອນເຊົ້າວັນທີ 10 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະເຈລະຈາກັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol. ທີ່ການພົບປະເຈລະຈາ, ການນຳ 2 ທ່ານສະແດງຄວາມຕັດສິນໃຈສືບຕໍ່ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ສ.ເກົາຫຼີ ໃຫ້ພັດທະນາຢ່າງແຮງ, ເລິກເຊິ່ງກວ່າເກົ່າ. 2 ຝ່າຍເຫັນດີເພີ່ມທະວີບັນດາການແລກປ່ຽນ, ການພົບປະຂັ້ນສູງ; ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ກໍຄືການຮ່ວມມືໃນບັນດາຂົງເຂດໃໝ່, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ຄື: ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຄົ້ນຄວ້າ ແລະ ພັດທະນາ.

ທີ່ການຕ້ອນຮັບທ່ານນາງ Manuela Ferro, ຮອງປະທານທະນາຄານໂລກ (WB) ຮັບຜິດຊອບພາກພື້ນ ອາຊີ ແລະ ປາຊີຟິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເຮັດໃຫ້ການພົວພັນຮ່ວມມືກັບ WB ໃຫ້ເລິກເຊິ່ງກວ່າ; ທ່ານສະເໜີໃຫ້ WB ສືບຕໍ່ໜູນຊ່ວຍ, ສະໜອງບັນດາບ້ວງເງິນກູ້ຢືມບຸລິມະສິດ ເພື່ອຜັນຂະຫຍາຍບັນດາໂຄງການຈຸດສຸມກ່ຽວກັບເສັ້ນທາງລົດໄຟຄວາມໄວສູງ, ລົດໄຟໃຕ້ດິນ, ທ່າກຳປັ່ນ, ສະໜາມບິນໃຫຍ່.

        2 ຝ່າຍໄດ້ເຫັນດີເພີ່ມທະວີຄວາມກົມກຽວບັນດາລະບຽບການ, ຂັ້ນຕອນໃນການເຈລະຈາ, ລົງນາມໃນບ້ວງເງິນກູ້ຢືມ ເພື່ອຮັບປະກັນໃຫ້ບັນດາໂຄງການຮ່ວມມືໄດ້ຜັນຂະຫຍາຍໂດຍໄວ, ມີປະສິດທິຜົນ.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ຕ້ອນຮັບປະທານທະນາຄານລົງທຶນພື້ນຖານໂຄງລ່າງ ອາຊີ (AIIB) ເຊັ່ນດຽວກັນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະ, ເຈລະຈາກັບການນຳບັນດາປະເທດ - ảnh 2(ທີ່ການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong)

        ກ່ອນໜ້ານັ້ນ, ວັນທີ 09 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ໄດ້ດຳເນີນການພົບປະເຈລະຈາ ໃນຂອບເຂດການພົບປະປະຈຳປີລະຫວ່າງ 2 ປະເທດ. ທີ່ການພົບປະເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານຢືນຢັນຄວາມຕັດສິນໃຈນຳການພົວພັນລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່; ເຫັນດີນຳກັນວ່າ ການຮ່ວມມືດ້ານເສດຖະກິດຍັງແມ່ນເສົາຄ້ຳສຳຄັນໃນການພົວພັນລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, ຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ສິງກະໂປ ເປີດກວ້າງການລົງທຶນເຂົ້າ ຫວຽດນາມ; ທ່ານສະເໜີໃຫ້ ສິງກະໂປ ໜູນຊ່ວຍ ຫວຽດນາມ ສ້າງຮູບແບບສູນນະວັດຕະກຳກ່ຽວກັບວິທະຍາສາດຂໍ້ມູນແຫ່ງຊາດ, ຮ່ວມມືກັນຜະລິດທັນຍາຫານ, ລ້ຽງປູກສິນໃນນ້ຳ, ມຸ່ງໄປເຖິງເລື່ອງກາຍເປັນສູນກາງສະໜອງທັນຍາຫານຢູ່ພາກພື້ນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະ, ເຈລະຈາກັບການນຳບັນດາປະເທດ - ảnh 3(ທີ່ການພົບປະກັບກະສັດບຣູໄນ Darussalam Haji Hassanal Bolkiah)

        ທີ່ການພົບປະກັບກະສັດບຣູໄນ Darussalam Haji Hassanal Bolkiah, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ບຣູໄນ ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃນການອະນຸຍາດໃຫ້ບັນດາກຳປັ່ນຫາປາ, ຊາວປະມົງ ຫວຽດນາມ ໄດ້ເຄື່ອນໄຫວຫາສິນໃນນ້ຳຢູ່ ບຣູໄນ; ຕໍ່ກຳນົດເວລາບົດບັນທຶກຊ່ວຍຈຳກ່ຽວກັບການນຳໃຊ້ໂທລະສັບສາຍດ່ວນໂດຍໄວ ເພື່ອແລກປ່ຽນຂໍ້ມູນການແກ້ໄຂສະພາບການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະ, ເຈລະຈາກັບການນຳບັນດາປະເທດ - ảnh 4(ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ໄທ ນາງ ແພທອງທານ ຊິນນະວັດ)

        ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ໄທ ນາງ ແພທອງທານ ຊິນນະວັດ. ນາຍົກລັດຖະມົນຕີ 2 ທ່ານຫັນດີຊີ້ນຳບັນດາອົງການທີ່ກ່ຽວຂ້ອງຜັນຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍຢ່າງມີປະສິດທິຜົນ, ຕັ້ງໜ້າປະຕິບັດໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ - ໄທ ໄລຍະ 2022 – 2027 ໃນບັນດາຂົງເຂດ. ການນຳ 2 ທ່ານໄດ້ເປັນເອກະພາບຕ້ອງເພີ່ມທະວີການຮ່ວມມື, ຮັກສາຄວາມສາມັກຄີ, ຄວາມເປັນເອກະພາບໃນ ອາຊຽນ; ຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ບົນພື້ນຖານກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ