ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມ, ອວຍພອນບຸນເຕັດຢູ່ກົມໃຫຍ່ II, ກະຊວງປ້ອງກັນປະເທດ ຫວຽດນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, ກຳລັງສືບລາຊະການລັບກະຊວງປ້ອງກັນປະເທດແມ່ນກຳລັງພິເສດຂອງກຳລັງປະກອບອາວຸດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມ, ອວຍພອນບຸນເຕັດຢູ່ກົມໃຫຍ່ II, ກະຊວງປ້ອງກັນປະເທດ ຫວຽດນາມ - ảnh 1(ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດພະນັກງານ, ນັກຮົບກົມໃຫຍ່ II)

        ຕອນເຊົ້າວັນທີ 26 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ກວດກາການກຽມພ້ອມສູ້ຮົບ ແລະ ອວຍພອນບຸນເຕັດພະນັກງານ, ນັກຮົບກົມໃຫຍ່ II, ກະຊວງປ້ອງກັນປະເທດ ຫວຽດນາມ.

        ເມື່ອໂອ້ລົມກັບພະນັກງານຫຼັກແຫຼ່ງຂອງກົມໃຫຍ່, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, ກຳລັງສືບລາຊະການລັບກະຊວງປ້ອງກັນປະເທດແມ່ນກຳລັງພິເສດຂອງກຳລັງປະກອບອາວຸດ. ສະນັ້ນ, ໃນສະພາບປີ 2024 ແລະ ໃນໄລຍະຈະມາເຖິງ, ຄາດວ່າ, ສະພາບການໂລກ ແລະ ພາກພື້ນສືບຕໍ່ ມີການຜັນແປຢ່າງສັບສົນ, ຍາກທີ່ຄາດຄະເນລ່ວງໜ້າໄດ້, ກຳລັງສືບລາຊະການລັບ ກະຊວງປ້ອງກັນປະເທດ ຕ້ອງກະກຽມໃຫ້ເປັນຢ່າງດີກວ່າ, ພ້ອມແລ້ວຈະຮັບທຸກໜ້າທີ່ເຊິ່ງພັກ, ລັດ ມອບໝາຍໃຫ້. ທ່ານນາຍົກລັດຖະມົນຕີ ຊີ້ນຳກົມໃຫຍ່ II ສືບຕໍ່ຍົກສູງກຳລັງຄາດຄະເນຍຸດທະສາດ, ກຳແໜ້ນສະພາບການ, ໃຫ້ຄຳປຶກສາຕໍ່ພັກ, ລັດ ບັນດາວິທີຮັບມືທີ່ສອດຄ່ອງ ເພື່ອປົກປັກຮັກສາປະເທດຊາດ “ແຕ່ໄວ, ແຕ່ໄກ” ຢ່າງໝັ້ນຄົງ, ບໍ່ຕົກຢູ່ໃນທ່າຮັບ; ດ້ວຍທິດນຳ “ມີຈິນຕະນາການເລິກເຊິ່ງ, ກຳແໜ້ນຢ່າງທັນການ, ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ”.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມ, ອວຍພອນບຸນເຕັດຢູ່ກົມໃຫຍ່ II, ກະຊວງປ້ອງກັນປະເທດ ຫວຽດນາມ - ảnh 2(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມລາຍການອວຍພອນບຸນເຕັດ)

        ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຢາລາຍ, ຕອນບ່າຍວັນທີ 26 ມັງກອນ, ຢູ່ນະຄອນ ປໄລກູ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມລາຍການອວຍພອນບຸນເຕັດ, ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ພະນັກງານ, ນັກຮົບກຳລັງປະກອບອາວຸດ, ຄອບຄົວທຸກຍາກ, ຜູ້ເຄື່ອນໄຫວໃນສົງຄາມຕິດທາດພິດສີສົ້ມ/ດີໂອຊິນ, ກຳມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ… ໃນບໍລິເວນແຂວງ.

        ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ທ່ານເລຂາຄະນະພັກແຂວງ ຢາລາຍ ໂຮ່ວັນນຽນ ໄດ້ເປັນສັກຂີພິຍານໃຫ້ການນຳກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ ມອບປາຍສັນຍາລັກ ມອບເຮືອນແຫ່ງມະຫາສາມັກຄີໃຫ້ແກ່ບັນດາຄອບຄົວທຸກຍາກໃນບໍລິເວນແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ