ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຟ້າມ​ມິງ​ຈິງ ສິ້ນ​ສຸດ​ການ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 44, 45 ແລະ ບັນ​ດາ​ກອງ​ປ​ະ​ຊຸມ​ສຸດຍອດ​ປິ່ນ​ອ້ອມ​ຢ່າງ​ສຳ​ເລັດ​ຜົນ

(VOVWORLD) - ໂດຍສືບຕໍ່ບັນດາການເຄື່ອນໄຫວຢູ່ລາວ, ຕອນບ່າຍວັນທີ 11 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS)  ຄັ້ງທີ 19, ກອງປະຊຸມສຸດຍອດ ອາຊຽນ - ສປຊ ຄັ້ງທີ 14.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຟ້າມ​ມິງ​ຈິງ ສິ້ນ​ສຸດ​ການ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 44, 45 ແລະ ບັນ​ດາ​ກອງ​ປ​ະ​ຊຸມ​ສຸດຍອດ​ປິ່ນ​ອ້ອມ​ຢ່າງ​ສຳ​ເລັດ​ຜົນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີຕາເວັນອອກ(EAS)  ຄັ້ງທີ 19 (ພາບ:  VGP)

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ການນຳບັນດາປະເທດ ອາຊຽນ ໄດ້ເຂົ້າຮ່ວມພິທີປິດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44, 45, ບັນດາກອງປະຊຸມສຸດຍອດປິ່ນອ້ອມ ແລະ ພິທີມອບ - ຮັບບົດບາດປະທານ ອາຊຽນ ຈາກ ລາວ ໃຫ້ແກ່ ມາເລເລເຊຍ.

        ພາຍຫຼັງເຮັດວຽກມາເປັນ 4 ວັນ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ນຳໜ້າ ໄດ້ເຂົ້າຮ່ວມ ແລະ ມີການປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນບັນດາການເຄື່ອນໄຫວທັງໝົດ, ຢັ້ງຢືນພາບພົດ ຫວຽດນາມ ທີ່ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ, ຈິງໃຈ ແລະ ມິດຕະພາບ, ດ້ວຍການແບ່ງປັນທີ່ສຳຄັນ ແລະ ເຈາະຈິ້ມຫຼາຍແນວຄິດໃໝ່ໃຫ້ແກ່ວິວັດທະນາການສ້າງປະຊາຄົມ ອາຊຽນ, ຊຸກຍູ້ການພົວພັນລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ປະກອບສ່ວນເຂົ້າໃນເປົ້າໝາຍລວມ ນັ້ນແມ່ນ ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ຢູ່ພາກພື້ນ ແລະ ໃນໂລກ.

        ຕອນຄ່ຳວັນທີ 11 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເດີນທາງອອກຈາກນະຄອນຫຼວງ ວຽງຈັນ, ສິ້ນສຸດການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມສຸດຍອດທີ່ປິ່ນອ້ອມຢ່າງສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ