ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ອອກ​ຄຳ​ສັ່ງ​ເລີ່ມ​ລົງ​ມື​ກໍ່​ສ້າງ​ໂຄງ​ການ​ເສັ້ນ​ທາງ​ຄວາມ​ໄວ​ສູງ ດົ່ງ​ດັງ (ແຂວງ​ລ້າງ​ເຊີນ) - ຈ່າຫຼິງ (ແຂວງ ກາວ​ບັ່ງ)

(VOVWORLD) - ຄະນະກຳມະການປະຊາຊົນແຂວງ ກາວບັ່ງ ແລະ ຄະນະກຳມະການປະຊາຊົນແຂວງ ລ້າງເຊີນ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນວິວັດການຜັນຂະຫຍາຍໂຄງການເສັ້ນທາງຄວາມໄວສູງ, ຮັບປະກັນການປະຕິບັດໂຄງການຢ່າງຖືກຕ້ອງຕາມຄວາມຄືບໜ້າ ແລະ ຄຸນນະພາບທີ່ໄດ້ວາງອອກ.
ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ອອກ​ຄຳ​ສັ່ງ​ເລີ່ມ​ລົງ​ມື​ກໍ່​ສ້າງ​ໂຄງ​ການ​ເສັ້ນ​ທາງ​ຄວາມ​ໄວ​ສູງ ດົ່ງ​ດັງ (ແຂວງ​ລ້າງ​ເຊີນ) - ຈ່າຫຼິງ (ແຂວງ ກາວ​ບັ່ງ) - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ:  VOV)

ຕອນເຊົ້າວັນທີ 1 ມັງກອນ, ຢູ່ແຂວງກາວບັ່ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ອອກຄຳສັ່ງເລີ່ມລົງມືກໍ່ສ້າງໂຄງການຄວາມໄວສູງ ດົ່ງດັງ (ແຂວງ ລ້າງເຊີນ) - ຈ່າຫຼິງ (ແຂວງ ກາວບັ່ງ) (ໄລຍະ1). ໂຄງການຄວາມໄວສູງ ດົ່ງດັ່ງ - ຈ່າຫຼິງ ມີລວງຍາວ ກ່ວາ 90 ກີໂລແມັດ, ຈຸດເລີ່ມຕົ້ນຢູ່ຈຸດຕັດດ່ານຊາຍແດນ ເຕິນແທັງ - ເມືອງ ວັນລ້າງ - ແຂວງ ລ້າງເຊີນ ແລະ ຈຸດສິ້ນສຸດ ຢູ່ຈຸດຕັດທາງຫຼວງເລກ 3 ຂຶ້ນກັບຕາແສງ ຈີທ້າວ - ເມືອງ ກ໋ວາງຮວາ - ແຂວງ ກາວບັ່ງ. ດ້ວຍຍອດເງິນລົງທຶນແມ່ນກ່ວາ 590 ລ້ານ USD, ໄລຍະປະຕິບັດ 36 ເດືອນ.

ທ່ານນາຍົກລັດຖະມົນຕີ ສະເໜີ ຄະນະກຳມະການປະຊາຊົນແຂວງ ກາວບັ່ງ ແລະ ຄະນະກຳມະການປະຊາຊົນແຂວງ ລ້າງເຊີນ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນວິວັດການຜັນຂະຫຍາຍໂຄງການເສັ້ນທາງຄວາມໄວສູງ, ຮັບປະກັນການປະຕິບັດໂຄງການຢ່າງຖືກຕ້ອງຕາມຄວາມຄືບໜ້າ ແລະ ຄຸນນະພາບທີ່ໄດ້ວາງອອກ. ນັກລົງທຶນ, ຫົວໜ່ວຍໃຫ້ຄຳປຶກສາສືບຕໍ່ສຳຫຼວດກວດກາ, ອັບເດັດການອອກແບບ, ເຕັກນິກ ຮັບປະກັນເສັ້ນທາງເໝາະສົມກັບການວາງຜັນແຜງ ສັງລວມ, ຮັບໃຊ້ການພັດທະນາ ແລະ ຮັບປະກັນຄວາມກ້າວໜ້າໃນການກໍ່ສ້າງຫຼຸດຜ່ອນເວລາປະຕິບັດ, ຫຼີກລ້ຽງການເພີ່ມເງິນລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ