ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ຕາແສງ ຊ່າເຢ່ຟິ່ນ, ເມືອງ ຊີ່ນໂຮ່, ແຂວງ ລາຍເຈົາ
(VOVWORLD) - ຕອນເຊົ້າວັນທີ 18 ພະຈິກ, ຢູ່ແຂວງ ລາຍເຈົາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ ເຂດຊຸມຊົນ ຕາແສງ ຊ່າເຢ່ຟິ່ນ, ເມືອງ ຊິ່ນໂຮ່, ແຂວງ ລາຍເຈົາ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ງານບຸນ (ພາບ: VGP) |
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ອຳນາດການປົກຄອງ ແລະ ປະຊາຊົນຕາແສງ ຊ່າເຢ່ຟິ່ນ ສືບຕໍ່ຮ່ວມແຮງຮ່ວມໃຈ, ສາມັກຄີກັນ, ຊ່ວຍເຫຼືອບັນດາຄອບຄົວທຸກຍາກ; ປະຕິບັດ 3 ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ສ້າງຊົນນະບົດໃໝ່ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໃຫ້ເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:
“ຂ້າພະເຈົ້າມີຄວາມປາດຖະໜາ ແລະ ເຊື່ອໝັ້ນວ່າ ພໍ່ແມ່ປະຊາຊົນຈະເສີມຂະຫຍາຍມູນເຊື້ອປະຕິວັດ, ສີສັນວັດທະນະທຳຂອງຊາດ, ຂອງຊົນເຜົ່າ, ນ້ຳໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການດຳລົງຊີວິດ; ເຂົ້າຮ່ວມການສ້າງສະພາບແວດລ້ອມດຳລົງຊີວິດຢ່າງປອດໃສ, ສີວິໄລ, ນັບມື້ນັບທັນສະໄໝ; ສ້າງເຂດຊຸມຊົນໝັ້ນຄົງເຂັ້ມແຂງ ກ່ຽວກັບຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ; ປ້ອງກັນຕ້ານບັນດາອາດຊະຍະກຳ, ໄພສັງຄົມ; ລະມັດລະວັງກັບບັນດາກົນອຸບາຍມ້າງທຳລາຍຂອງບັນດາກຳລັງເປັນປໍລະປັກ; ມີຄວາມສາມັກຄີກວ່າອີກ, ຈິດໜຶ່ງໃຈດຽວ, ມີຄວາມເປັນເອກະພາບ ລະຫວ່າງແນວທາງຂອງພັກ ກັບຈິດໃຈຂອງປະຊາຊົນ, ຕັດສິນໃຈສູ້ຊົນສ້າງບ້ານເກີດເມືອງນອນໃຫ້ນັບມື້ນັບພັດທະນາ, ຮັ່ງມີສວຍງາມ ແລະ ສີວິໄລ.”