ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມລັດຖະບານ ປະຈຳລາຍການ ເດືອນພຶດສະພາ 2021
(VOVWORLD) -ວັນທີ 3 ມິຖຸນາ, ຢູ່ສຳນັກງານລັດຖະບານ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ລັດຖະບານໄດ້ຈັດກອງປະຊຸມນັດສາມັນ ເດືອນພຶດສະພາ 2021.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN) |
ທີ່ກອງປະຊຸມ, ລັດຖະບານໄດ້ຮັບຟັງ ແລະ ປຶກສາຫາລືກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ຕີລາຄາສະພາບການເສດຖະກິດ - ສັງຄົມ ງົບປະມານແຫ່ງລັດ ເດືອນພຶດສະພາ ແລະ 5 ເດືອນຕົ້ນປີ 2021, ຄາດຄະເນສະພາບການເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2021 ແລະ ບັນດາວິທີການແກ້ໄຂໃນ 6 ເດືອນທ້າຍປີ 2021, ຕີລາຄາໝາກຜົນຂອງການປະຕິບັດແຜນການລົງທຶນຂອງລັດໄລຍະກາງ ແຕ່ປີ 2016 – 2020 ແລະ ຄາດຄະເນ ແຜນການລົງທຶນໄລຍະກາງ 2021 – 2025.
ລັດຖະບານພິຈາລະນາບັນດາແຜນຮ່າງກ່ຽວກັບການປະຕິບັດໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ໄລຍະ 2021 – 2025 ແລະ ການກຳນົດທິດຮອດປີ 2030, ໂຄງຮ່າງການຈັດຕັ້ງຂອງລັດຖະບານ ຊຸດທີ XV ແລະ ບາງບັນຫາສຳຄັນອື່ນໆອີກ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ສະເໜີໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມປຶກສາຫາລື, ຕີລາຄາສະພາບການ, ຍົກອອກບັນດາວິທີການປະຕິບັດບັນດາໜ້າທີ່ຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ.