ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທາ​ນ​ພິ​ທີ​ປະ​ກາດ​ຂໍ້​ຕົກ​ລົງ​ບູ​ລະ​ນະ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ - ໂຄວິດ - 19

(VOVWORLD) -ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, ການແຜ່ລະບາດໂຄວິດ - 19 ຮອບທີ 4 ໄດ້ເກີດຂຶ້ນໃນເວລາ 4 ເດືອນແລ້ວ ແລະ ຍັງມີການຜັນແປຢ່າງສັບສົນ, ບັນດາສະມາຊິກຄະນະຊີ້ນຳ ຕ້ອງເຂົ້າຮ່ວມວຽກງານຢ່າງທັນການ.
ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທາ​ນ​ພິ​ທີ​ປະ​ກາດ​ຂໍ້​ຕົກ​ລົງ​ບູ​ລະ​ນະ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ - ໂຄວິດ - 19 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 

ຕອນບ່າຍວັນທີ 25 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານພິທີປະກາດຂໍ້ຕົກລົງສະບັບອອກໃນວັນທີ 25 ສິງຫາ 2021 ກ່ຽວກັບການບູລະນະຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 (ຄະນະຊີ້ນຳ). ຕາມຂໍ້ຕົກລົງແລ້ວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນຫົວໜ້າຄະນະຊີ້ນຳ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, ການແຜ່ລະບາດໂຄວິດ - 19 ຮອບທີ 4 ໄດ້ເກີດຂຶ້ນໃນເວລາ 4 ເດືອນແລ້ວ ແລະ ຍັງມີການຜັນແປຢ່າງສັບສົນ, ບັນດາສະມາຊິກຄະນະຊີ້ນຳ ຕ້ອງເຂົ້າຮ່ວມວຽກງານຢ່າງທັນການ. ໃນນັ້ນ ຜັນຂະຫຍາຍບັນດາໜ້າທີ່, ວິທີການກ່ຽວກັບການປະຕິບັດການແຍກຫ່າງໃນສັງຄົມຢ່າງເຂັ້ມງວດ, ຮັບປະກັນການໜູນຊ່ວຍສັງຄົມ ໃຫ້ແກ່ປະຊາຊົນໝົດທຸກຄົນໃຫ້ເປັນຢ່າງດີ, ຮັບປະກັນໃຫ້ປະຊາຊົນກິນອີ່ມ, ນຸ່ງອຸ່ນ, ປະຊາຊົນໝົດທຸກຄົນ ໄດ້ສຳຜັດການແພດຢູ່ທຸກແຫ່ງ ໃນທຸກເວລາຢ່າງໄວວາທີ່ສຸດ. ພ້ອມກັນນັ້ນ, ຕ້ອງເອົາໃຈໃສ່, ຮັບປະກັນຄວາມປອດໄພໃຫ້ແກ່ທັງພົນລະເມືອງຕ່າງປະເທດອາໄສຢູ່ ຫວຽດນາມ, ສືບຕໍ່ຍູ້ແຮງການວິໄຈຫາເຊື້ອ, ສັກວັກຊິນ ແລະ ນຳໃຊ້ຢາປິ່ນປົວໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ