ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໂຄງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ຕ້ອງ​ຮັ​ບ​ປະ​ກັນ​ລັກ​ສະ​ນະ​ທີ່​ມີ​ປະ​ສິດ​ທິ​ຜົນ ແລະ ມີ​ຄວາມ​ເປັນ​ໄປ​ໄດ້​ສູງ

(VOVWORLD) -ຕອນບ່າຍວັນທີ 24 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມ ຄະນະປະຈຳລັດຖະບານ ເຊິ່ງປະກອບຄຳເຫັນ ໃສ່ຮ່າງໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໂຄງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ຕ້ອງ​ຮັ​ບ​ປະ​ກັນ​ລັກ​ສະ​ນະ​ທີ່​ມີ​ປະ​ສິດ​ທິ​ຜົນ ແລະ ມີ​ຄວາມ​ເປັນ​ໄປ​ໄດ້​ສູງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ໂຄງການຕ້ອງມີຂອບຂະໜາດກວ້າງໃຫຍ່ ແລະ ມີເວລາຍາວນານຢ່າງພຽງພໍ, ບົນພື້ນຖານຕິດແທດກັບມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ຕິດແທດກັບແຜນການພັດທະນາເສດຖະກິດ ສັງຄົມ ໄລຍະ 5 ປີ 2021 – 2025 ແລະ ໂຄງການພັດທະນາເສດຖະກິດ - ສັງຄົມ ປີ 2022. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ ຄວນສຸມໃສ່ ຕໍ່ບາງບັນຫາຈຸດສຸມກ່ຽວກັບ: ບັນດາໜ້າທີ່ມາດຕະການກ່ຽວກັບການແພດ ເປັນຕົ້ນແມ່ນ ການຍົກສູງກຳລັງຄວາມສາມາດດ້ານສາທາລະນະສຸກເວົ້າລວມ, ໃນນັ້ນພິເສດແມ່ນເອົາໃຈໃສ່ຕໍ່ການແພດປ້ອງກັນ, ການແພດຂັ້ນຮາກຖານ, ວັກຊິນ ແລະ ມາດຕະການປິ່ນປົວ, ການຮັບປະກັນຊີວິດສັງຄົມ.

ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ອົງການຮັບຜິດຊອບ ສືບຕໍ່ປຶກສາຫາລືຄຳເຫັນຂອງ ອົງການທີ່ກ່ຽວຂ້ອງ ກ່ຽວກັບຮ່າງໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມຍື່ນສະເໜີຕໍ່ຂັ້ນທີ່ມີສິດອຳນາດໂດຍໄວເທົ່າທີ່ຈະເຮັດໄດ້, ພິເສດແມ່ນເອົາໃຈໃສ່ຮັບປະກັນລັກສະນະທີ່ມີປະສິດທິຜົນ, ຄວາມເປັນໄປໄດ້, ສ້າງຄວາມເຫັນດີເຫັນພ້ອມຢູ່ລະດັບສູງ.

ຕອບກັບ

ຂ່າວ/ບົດ​ອື່ນ