ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເດີນທາງໄປເຂົ້າຮ່ວມກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ອີຢູ

(VOVWORLD) -ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ມີຄວາມໝາຍສຳຄັນ; ປະກອບສ່ວນຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເດີນທາງໄປເຂົ້າຮ່ວມກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ອີຢູ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເລີ່ມເດີນທາງປະຕິບັດງານ
(ພາບ: TTXVN)

        ຕອນເຊົ້າວັນທີ 09 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປເຂົ້າຮ່ວມກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ສະຫະພາບ ເອີລົບ (ອີຢູ) ແລະ ຢ້ຽມຢາມ ປະເທດ ລຸກຊຳບວກ, ລາຊະອານາຈັກ ໂຮນລັງ ແລະ ລາຊະອານາຈັກ ແບນຊິກ ແຕ່ວັນທີ 09-12 ທັນວາ, ຕາມຄຳເຊີນຈາກທ່ານປະທານສະພາເອີລົບ Charles Michel, ທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel, ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ແລະ ທ່ານນາຍົກລັດຖະມົນຕີ ແບນຊິກ Alexander De Croo.

        ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ມີຄວາມໝາຍສຳຄັນ; ປະກອບສ່ວນຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ກ່ຽວກັບການ “ສືບຕໍ່ຍູ້ແຮງ ແລະ ຍົກສູງປະສິດທິຜົນວຽກງານການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ”; ຄຳສັ່ງຂອງຄະນະເລຂາທິການສູນກາງພັກກ່ຽວກັບການ “ຍູ້ແຮງການຍົກລະດັບການຕ່າງປະເທດຫຼາຍຝ່າຍຮອດປີ 2030”; ຄຳສັ່ງຂອງຄະນະເລຂາທິການສູນກາງພັກກ່ຽວກັບ “ການທູດເສດຖະກິດຮັບໃຊ້ການພັດທະນາປະເທດຊາດຮອດປີ 2030”. ພ້ອມທັງ, ສະແດງໃຫ້ເຫັນຈິດໃຈເປັນເຈົ້າການ, ຕັ້ງໜ້າ ແລະ ປະກອບສ່ວນໂດຍມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນ ອາຊຽນ, ກໍຄືຕໍ່ປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ