ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເລີ່ມເຂົ້າຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ສປຊຊຸດທີ 78 ແລະການເຄື່ອນໄຫວ 2 ຝ່າຍຢູ່ ອາເມລິກາ

(VOVWORLD) - ໃນລາຍການເຄື່ອນໄຫວພົວພັນ 2 ຝ່າຍຢູ່ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈະມີການພົບປະກັບຮອງປະທານາທິບໍດີ ອາເມລິກາ, ການນຳສະພາແຫ່ງຊາດ ອາເມລິກາ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເລີ່ມເຂົ້າຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ສປຊຊຸດທີ 78 ແລະການເຄື່ອນໄຫວ 2 ຝ່າຍຢູ່ ອາເມລິກາ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເດີນທາງໄປຮອດສະໜາມບິນສາກົນ San Francisco
(ພາບ: VGP)

          ຕອນບ່າຍວັນທີ 17 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ San Francisco, ລັດ California, ອາເມລິກາ, ເລີ່ມດຳເນີນການໄປປະຕິບັດງານເຂົ້າຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 78, ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ສະຫະປະຊາຊາດ ແຕ່ວັນທີ 17 - 23 ກັນຍາ.

          ຄາດວ່າ, ໃນຂອບເຂດລາຍການໄປປະຕິບັດງານຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລືລວມຂັ້ນສູງຂອງສະມັດຊາໃຫຍ່ສະຫະປະຊາຊາດ; ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ບັນດາກອງປະຊຸມສຸດຍອດ, ກອງປະຊຸມຂັ້ນສູງສະຫະປະຊາຊາດກ່ຽວກັບບັນດາບັນຫາທົ່ວໂລກ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ການຮັບມືກັບໂລກລະບາດ... ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກໍ່ຈະມີການພົບປະ 2 ຝ່າຍກັບ ເລຂາທິການໃຫຍ່ສະຫະປະຊາຊາດ; ປະທານສະມັດຊາໃຫຍ່ຊຸດທີ 78 ຂອງສະຫະປະຊາຊາດ ແລະ ການນຳບັນດາປະເທດ, ອົງການສາກົນອື່ນໆ.

          ໃນລາຍການເຄື່ອນໄຫວພົວພັນ 2 ຝ່າຍຢູ່ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈະມີການພົບປະກັບຮອງປະທານາທິບໍດີ ອາເມລິກາ, ການນຳສະພາແຫ່ງຊາດ ອາເມລິກາ, ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ແລະ ບັນດາສະມາຊິກຄະນະລັດຖະບານ ອາເມລິກາ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກໍ່ຈະພົບປະກັບປະຊາຄົມຊາວ ຫວຽດນາມ; ຢ້ຽມຢາມບາງມະຫາວິທະຍາໄລ,  ວິສາຫະກິດແຖວໜ້າ ອາເມລິກາ; ເປັນສັກຂີພິຍານພິທີລົງນາມສ້າງຕັ້ງສາຍພົວພັນແຮກສ່ຽວລະຫວ່າງນະຄອນ ໂຮ່ຈິມິນ ແລະ ນະຄອນ ນິວຢອກ...

ຕອບກັບ

ຂ່າວ/ບົດ​ອື່ນ