ທ່ານນາຍົກລັດຖະມົນຕີ ລາວຕ້ອນຮັບຄະນະການນຳຫ້ອງວ່າການລັດຖະບານ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ
ຮັບຄະນະການນຳຫ້ອງວ່າການລັດຖະບານ ຫວຽດນາມ
(ພາບ: nhandan.com.vn)
(vovworld) – ໂດຍໄດ້ຮັບຄຳເຊີນຂອງຫ້ອງວ່າການລັດຖະບານ ສປປ.ລາວ, ຄະນະການນຳຫ້ອງວ່າການລັດຖະບານ ຫວຽດນາມ ໂດຍທ່ານ ຫງວຽນວັນເນນ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດ ລາວ ແຕ່ວັນທີ 17/4 – 18/4/2014.
ຕອນບ່າຍວັນທີ 17/4, ທີ່ການຕ້ອນຮັບຄະນະການນຳຫ້ອງວ່າການລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງຫ້ອງວ່າການລັດຖະບານສອງປະເທດ ແລະ ຖືວ່າໃນໄລຍະຈະມາເຖິງ, ຫ້ອງວ່າການລັດຖະບານສອງປະເທດຄວນເສີມຂະຫຍາຍວຽກງານເສນາທິການຊ່ວຍວຽກໃຫ້ລັດຖະບານ ແລະ ນາຍົກລັດຖະມົນຕີສອງປະເທດໃຫ້ນັບມື້ນັບມີປະສິດທິຜົນກວ່າອີກ. ຄຽງຄ້າງນັ້ນ, ປະກອບສ່ວນເພີ່ມທະວີສາຍພົວພັນທີ່ໃກ້ຊິດ, ຄວາມສາມັກຄີລະຫວ່າງລັດຖະບານກໍ່ຄືປະຊາຊົນສອງປະເທດ.
ໃນວັນດຽວກັນ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ລາວ ສິນລະວົງ ຄຸດໄພທູນ ຕາງໜ້າໃຫ້ພັກ, ລັດ ແລະ ລັດຖະບານ ລາວ ມອບຫຼຽນໄຊ, ຫຼຽນກາຈຳນວນໜຶ່ງໃຫ້ແກ່ບັນດາພະນັກງານຂອງຫ້ອງວ່າການລັດຖະບານ ຫວຽດນາມ, ຜູ້ມີຜົນງານໃນການເພີ່ມທະວີການຮ່ວມມືລະຫວ່າງຫ້ອງວ່າການລັດຖະບານສອງປະເທດໃນໄລຍະຜ່ານມາ.