ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ CapitalLand (ສິງກະໂປ)
(VOVWORLD) - ຕອນບ່າຍວັນທີ 14 ມິຖຸນາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Ng Kee Choe ປະທານກຸ່ມບໍລິສັດ CapitaLand.
ທີ່ການຕ້ອນຮັບ (ພາບ: TTXVN) |
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢືນຢັນວ່າ ຫວຽດນາມ ພວມຍູ້ແຮງການພັດທະນາຫັນເປັນຕົວເມືອງ, ຖືນີ້ແມ່ນໜຶ່ງໃນບັນດາກຳລັງໜູນການເຕີບໂຕ. ດັ່ງນັ້ນ, CapitaLand ຄວນສ້າງມູນຄ່າເພີ່ມ, ສ້າງຄວາມແຕກຕ່າງຢູ່ ຫວຽດນາມ ຕາມທ່າອ່ຽງຂອງການປະຕິວັດອຸດສາຫະກຳ 4.0. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ສະເໜີບັນດາໂຄງການເຊິ່ງກຸ່ມບໍລິສັດລົງທຶນ ຄວນພັດທະນາຕາມທິດຂຽວ, ສະອາດ, ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ.
ສ່ວນທ່ານ Ng Kee Choe ຢືນຢັນວ່າ CapitaLand ເປັນນັກລົງທຶນທີ່ທຳມາຫາກິນຍາວນານຢູ່ ຫວຽດນາມ, ຈະສືບຕໍ່ເປີດກ້ວາງໄປສູ່ບັນດາຂົງເຂດອຸດສາຫະກຳ, ການບໍລິການທີ່ສະຫງວນໃຫ້ແກ່ວິສາຫະກິດ.