ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ຕ້ອນຮັບສາດສະດາຈານ Thomas Vallely
(vovworld) - ທີ່ການຕ້ອນຮັບທ່ານ Thomas Vallely ສາດສະດາຈານມະຫາວິທະຍາໄລ Harvard ອາເມລິກາ ໃນຕອນບ່າຍວັນທີ 10/01 ຢູ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ມີຄວາມຕ້ອງການຮ່ວມມືດ້ານການສຶກສາກັບ ອາເມລິກາ, ເຊິ່ງແມ່ນປະເທດທີ່ມີພື້ນຖານການສຶກສາກ້າວໜ້າແຖວໜ້າໃນໂລກ. ທ່ານນາຍົກລັດຖະມົນຕີ ຕີລາຄາວ່າ 2 ຝ່າຍໄດ້ມານະພະຍາຍາມແກ້ໄຂພື້ນຖານກ່ຽວກັບລະບຽບການດ້ານນິຕິກຳຂອງມະຫາວິທະຍາໄລ Fulbright ຫວຽດນາມ. ຫວຽດນາມ ສະໜັບສະໜູນເລື່ອງເປັນເຈົ້າຕົນເອງຂອງມະຫາວິທະຍາໄລຕາມທຳນຽມສາກົນ. ທ່ານນາຍົກລັດຖະມົນຕີສະເໜີວ່າ 2 ຝ່າຍຄວນມານະພະຍາຍາມ, ອອກເຫື່ອເທແຮງ ເພື່ອກໍ່ສ້າງພື້ນຖານວັດຖຸຂອງໂຮງຮຽນໃຫ້ເໝາະສົມ; ບັນດາສາດສະດາຈານ, ຄູອາຈານຂອງໂຮງຮຽນຕ້ອງແມ່ນຜູ້ທີ່ດີເດັ່ນ, ລະດັບສາກົນ, ເພື່ອນຳ ມະຫາວິທະຍາໄລ Fulbright ຫວຽດນາມ ກາຍເປັນມະຫາວິທະຍາໄລແບບຢ່າງຢູ່ ຫວຽດນາມ ໃນອະນາຄົດ, ປະກອບສ່ວນຊຸກຍູ້ຂະບວນການເລີ່ມດຳເນີນອາຊິບ.
ສ່ວນທ່ານສາດສະດາຈານ Thomas Vallely ປາດຖະໜາວ່າ: ລັດຖະບານ ຫວຽດນາມ ໜູນຊ່ວຍດ້ານກົນໄກນະໂຍບາຍຢ່າງຕັ້ງໜ້າ. ຝ່າຍ ອາເມລິກາ ພວມສຸມໃສ່ສ້າງກົນໄກບໍລິຫານ, ກົງຈັກມະຫາວິທະຍາໄລ Fulbright ຫວຽດນາມ ຕາມຮູບແບບທັນສະໄໝທີ່ສຸດ ຄືສ້າງຮູບແບບກ່ຽວກັບດ້ານການເງິນ ເພື່ອລະດົມແຫຼ່ງກຳລັງ, ອອກແບບ ແລະ ກໍ່ສ້າງພື້ນຖານດ້ານວັດຖຸໃຫ້ເໝາະສົມກັບຮູບແບບຂອງໂຮງຮຽນ; ປາດຖະໜາຢາກພັດທະນາໂຮງຮຽນໃຫ້ກາຍເປັນມະຫາວິທະຍາໄລແຖວໜ້າຢູ່ພາກພື້ນ ກໍ່ຄືໃນໂລກ.