ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບນາຍົກລັດຖະມົນຕີ ລັດເຊຍ ແລະ ປະທານາທິບໍດີ ຟິລີບປີນ
(VOVWORLD) -ເນື່ອງໃນໂອກາດກອງປະຊຸມສຸດຍອດ ອາຊຽນ 31 ແລະ ບັນດາກອງປະຊຸມກ່ຽວຂ້ອງ, ວັນທີ 14 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev ແລະ ປະທານາທິບໍດີ ຟິລີບປີນ Rodrigo Duterte.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev |
ທີ່ການພົບປະກັບນາຍົກລັດຖະມົນຕີ ລັດເຊຍ D.Medvedev, ການນຳສອງທ່ານເຫັນດີຍູ້ແຮງການຜັນຂະຫຍາຍບັນດາມາດຕະການ ເພື່ອເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນການຮ່ວມມືອັນໃຫຍ່ຫລວງລະຫວ່າງສອງປະເທດ, ເປີດກວ້າງການແລກປ່ຽນດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີ ລັດເຊຍ ເຫັນດີ ແລະ ຢັ້ງຢືນ ຝ່າຍລັດເຊຍ ຈະສືບຕໍ່ເພີ່ມການນຳເຂົ້າບັນດາຜະລິດຕະພັນສິນໃນນ້ຳຂອງຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບ ປະທານາທິບໍດີ ຟິລີບປີນ Rodrigo Duterte. |
ທີ່ການພົບປະລະຫວ່າງ ປະທານາທິບໍດີ ຟີລີບປີນ ແລະ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ການນຳສອງທ່ານເຫັນດີ ຮັກສາການຢ້ຽມຢາມ ແລະພົບປະຂັ້ນສູງ ແລະ ບັນດາກົນໄກຮ່ວມມືສອງຝ່າຍເປັນປະຈຳ, ເພີ່ມທະວີການແລກປ່ຽນດ້ານການຄ້າ, ສົມທົບກັນໃນບັນດາຂົງເຂດປ້ອງກັນຕ້ານຢາເສບຕິດ ແລະ ອາດຊະຍາກຳ, ການຮ່ວມມືຄວາມໝັ້ນຄົງຢູ່ທະເລ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ສອງຝ່າຍຕັ້ງຫນ້າຜັນຂະຫຍາຍບັນດາຂໍ້ຕົກລົງທີ່ມີຢູ່ແລ້ວ.