ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມກ່ຽວກັບວຽກງານປົກປ້ອງເດັກ

(VOVWORLD) - ຕອນເຊົ້າວັນທີ 06 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມໂດຍກົງຜ່ານທາງເຄືອຂ່າຍອິນເຕີແນັດທົ່ວປະເທດກ່ຽວກັບບັນດາມາດຕະການປົກປ້ອງເດັກ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມກ່ຽວກັບວຽກງານປົກປ້ອງເດັກ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບວຽກງານປົກປ້ອງເດັກ (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ຄວນຍົກສູງຄວາມຮັບຮູ້ກ່ຽວກັບວຽກງານປົກປ້ອງເດັກ, ກ່ອນອື່ນໝົດແມ່ນ 17 ອົງການທີ່ກ່ຽວຂ້ອງປະຕິບັດໜ້າທີ່ນີ້. ພ້ອມກັນນັ້ນ ແມ່ນຍົກອອກບັນດາມາດຕະການເພື່ອປ້ອງກັນເດັກ ບໍ່ຖືກທຳຮ້າຍຢ່າງດີກ່ວາ, ມີປະສິດທິຜົນ ແລະ ທັນການພາຍຫລັງກອງປະຊຸມນີ້.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຊີ້ແຈ້ງວຽກງານປົກປ້ອງເດັກຢູ່ຫລາຍແຫ່ງທີ່ຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ຢ່າງຖືກຕ້ອງຕາມລະດັບ, ທັນການ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີຊີ້ນຳວ່າ ຕ້ອງຖືວຽກງານປົກປ້ອງເດັກແມ່ນວຽກງານປະຈຳວັນຂອງແຕ່ລະຄອບຄົວ, ທ້ອງຖິ່ນ ແລະ ທຸກກະຊວງ, ຂະແໜງການ.

        ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳວ່າວຽກງານຕ້ອງປະຕິບັດໃນທັນທີແມ່ນ ຄະນະພັກ, ອຳນາດການປົກຄອງ, ອົງການວິຊາສະເພາະ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ອົງການສັງຄົມຕ່າງໆ, ພິເສດແມ່ນຢູ່ຂັ້ນທ້ອງຖິ່ນ, ຮຽກຖານຕ້ອງຮັບຮູ້ກ່ຽວກັບວຽກງານປົກປ້ອງເດັກຢ່າງຄົບຖ້ວນ, ເລິກເຊິ່ງ ແລະ ເອົາໃຈໃສ່ຢ່າງຖືກຕ້ອງຕາມລະດັບ; ປະຕິບັດຂໍ້ກຳນົດຂອງກົດໝາຍ, ນະໂຍບາຍກ່ຽວກັບການປົກປ້ອງເດັກຢ່າງເຂັ້ມງວດ ແລະ ຄົບຖ້ວນ, ປ້ອງກັນ, ຕ້ານການທຳຮ້າຍເດັກ, ສ້າງການດຳລົງຊີວິດທີ່ປອດໄພໃຫ້ເດັກ.

ຕອບກັບ

ຂ່າວ/ບົດ​ອື່ນ