ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ຮ່າ​ໂນ້ຍ 2020 - ກ​າ​ນ​ຮ່ວມ​ມື​ລົງ​ທຶນ ແລະ ພັດ​ທະ​ນາ

(VOVWORLD) - ຕອນເຊົ້າວັນທີ 27 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນດ້ວຍຫົວຂໍ້ “ຮ່າໂນ້ຍ 2020 - ການຮ່ວມມືລົງທຶນ ແລະ ພັດທະນາ”. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ຮ່າ​ໂນ້ຍ 2020 - ກ​າ​ນ​ຮ່ວມ​ມື​ລົງ​ທຶນ ແລະ ພັດ​ທະ​ນາ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພ້ອມກັບການນຳເຂົ້າຮ່ວມກອງປະຊຸມ (ພາບ: VGP) 

ຕີລາຄາສູງຫົວຂໍ້ກອງປະຊຸມ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຖືວ່ານີ້ແມ່ນສານທີ່ສຳຄັນກ່ຽວກັບການດຶງດູດເງິນລົງທຶນຂອງຫວຽດນາມ ແລະ ພິເສດສຳລັບການສົ່ງເສີມຄັ້ງນີ້ຂອງຮ່າໂນ້ຍ, ດ້ວຍຄວາມໄວ້ເນື້ອເຊື່ອໃຈກ່ຽວກັບຮ່າໂນ້ຍທີ່ມີ  ດິນຟ້າອາກາດເອື້ອອຳນວຍ, ພູມີປະເທດສະດວກ, ປະຊາຊົນມີຄວາມປອງດອງກັນໃຫ້ແກ່ບັນດານັກລົງທຶນ.

ທ່ານ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ທີ່ກອງປະຊຸມຄັ້ງນີ້, ຫວຽດນາມເວົ້າລວມ ແລະ ຮ່າໂນ້ຍເວົ້າສະເພາະ ໄດ້ມີບັນດາປັດໄຈທີ່ເປັນໜ້າຈັບໃຈຕໍ່ບັນດານັກລົງທຶນ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ບໍ່ພຽງແຕ່ຍ້ອນສະພາບແວດລ້ອມດ້ານການເມືອງສັງຄົມມີສະຖຽນລະພາບເທົ່ານັ້ນ ຫາກຍັງແມ່ນສະພາບແວດລ້ອມແຫ່ງຄວາມປອດໄພກ່ຽວກັບໂລກລະບາດ, ເປັນອຳນາດການປົກຄອງທີ່ມີຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ນຳໜ້າ, ກ້າຄິດກ້າທຳອີກດ້ວຍ.       

        ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ດ້ວຍການຜັນປ່ຽນຢ່າງໃຫຍ່ຫຼວງ ແລະ ມີທີ່ຕັ້ງບົດບາດສູງ, ຮ່າໂນ້ຍບໍ່ພຽງແຕ່ແມ່ນສູນກາງດ້ານການເມືອງ, ເສດຖະກິດ, ວັດທະນະທຳຂອງຫວຽດນາມ ເທົ່ານັ້ນ ຫາກຍັງຕ້ອງບືນຕົວຂຶ້ນໃຫ້ກາຍເປັນສູນກາງດ້ານການເມືອງ, ເສດຖະກິດ, ວັດທະນະທຳຂອງ ອາຊີຕາເວັນອອກສ່ຽງໃຕ້ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ