ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ: VOV ຄວນ​ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ບົດ​ບາ​ດ​ຂອງ​ອົງ​ການ​ສື່ມວນ​ຊົນ​ແຖວ​ໜ້າ

(VOVWORLD) - ຕອນເຊົ້າວັນທີ 19 ກຸມພາ, ຢູ່ສຳນັກງານວິທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມ (VOV) ເຮືອນເລກທີ 58, ຖະໜົນ ກ໊ວານສື໊, ຮ່າໂນ້ຍ, ທ່ານນາຍົກລັດຖະມົນ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງຂອງ ວິທະຍຸກະຈາຍສຽງ ຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ: VOV ຄວນ​ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ບົດ​ບາ​ດ​ຂອງ​ອົງ​ການ​ສື່ມວນ​ຊົນ​ແຖວ​ໜ້າ - ảnh 1ທ່ານນາຍົກລົດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການເຮັດວຽກ 

ນີ້ແມ່ນຄັ້ງທີ 2 ໃນອາຍຸການ ທີ່ທ່ານນາຍົກລົດຖະມົນຕີ ຫງວຽນຊວັນຟຸກ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບ VOV, ຊຶ່ງສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງ ທ່ານນາຍົກລັດຖະມົນຕີ ແລະ ລັດຖະບານທີ່ມີຕໍ່ການພັດທະນາຂອງ VOV ດ້ວຍປະຫວັດການພັດທະນາມາເປັນເວລາ 75 ປີ.

ລາຍງານຕໍ່ທ່ານນາຍົກລັດຖະມົນຕີ ທີ່ການເຮັດວຽກ, ທ່ານ ຫງວຽນເທ໊ກີ ຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ VOV ພວມສ້າງຍຸດທະສາດພັດທະນາກາຍເປັນອົງການສື່ມວນຊົນແຫ່ງຊາດແຖວໜ້າ, ການເຄື່ອນໄຫວສື່ມວນຊົນຫຼາຍປະເພດ, ຫຼາຍພາສາ, ຫຼາຍພື້ນຖານ, ເສີມຂະຫຍາຍບົດບາດເປັນອົງການສື່ມວນຊົນແຫ່ງຊາດທັນສະໄໝ, ມີ ມະຫາຊົນເປັນຈຳນວນຫຼວງຫຼາຍ, ແມ່ນເຄື່ອງມືດ້ານສື່ມວນຊົນທີ່ມີປະສິດທິຜົນຂອງພັກ - ລັດຖະບານ. ຍຸດທະສາດພັດທະນາ VOV ນັບແຕ່ປັດຈຸບັນໄປຮອດປີ 2025 ແລະ ຊຸມປີຕໍ່ໄປ ແມ່ນ ສຸມໃສ່ການປ່ຽນແປງໃໝ່ເນື້ອໃນ, ຮູບແບບ, ຂໍ້ມູນຂ່າວສານ, ການນຳໃຊ້ເຕັກນິກ ແລະ ເຕັກໂນໂລຢີທີ່ທັນສະໄໝ...ຢ່າງແຮງ. ກ່ຽວກັບໜ້າທີ່ໂຄສະນາເຜີຍແຜ່ໃນປີທີ່ຜ່ານມາ, VOV ໄດ້ໂຄສະນາເຜີຍແຜ່ບັນດາບັນຫາສະຖະນາການດ້ານການເມືອງ, ເສດຖະກິດ, ສັງຄົມ, ການທູດຢ່າງຮອບດ້ານ, ຊັດເຈນ, ແຫຼມຄົມ ແລະ ທັນການ, ຢັ້ງຢືນໄດ້ ບົດບາດເປັນອົງການສື່ມວນຊົນແຖວໜ້າແຫ່ງຊາດ.

        ກ່າວຄຳເຫັນທີ່ການເຮັດວຽກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ:

        ນີ້ແມ່ນພາຫະນະສື່ມວນຊົນຕົ້ນຕໍເພື່ອ ໃຫ້ພັກ, ລັດ ແລະ ປະຊາຊົນມີຂໍ້ມູນຂ່າວສານ, ມີຄວາມຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບພັກ ແລະ ລັດ. 75 ປີທີ່ຜ່ານມາ, VOV ໄດ້ເປັນຂົວເຊື່ອມຕໍ່ໃນການຖ່າຍທອດບັນດາຄຸນຄ່າດ້ານຈິດໃຈ, ວັດທະນະທຳຂອງ ຊາວ ຫວຽດນາມອອກສູ່ໂລກ, ແລະ ເພື່ອນມິດສາກົນ ສຳລັບ ຫວຽດນາມ, ປະຕິເສດບັນດາຂໍ້ມູນຂ່າວທີ່ບໍ່ມີມູນຄວາມຈິງ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງ ປະຊາຊົນດ້ວຍ 3 ເສົາຄ້ຳ: ເຊື່ອໝັ້ນຕໍ່ການນຳພາຂອງ ພັກ, ລັດຖະບານ, ເຊື່ອໝັ້ນຕໍ່ອະນາຄົດຂອງ ປະເທດຊາດ ແລະ ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນ ແລະ ຮັກຫອມການດຳລົງໃນຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ