ກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS) ຄັ້ງທີ 10
(ພາບ: TTXVN)
(vovworld) - ແລະ ກໍ່ໃນຕອນເຊົ້າວັນທີ 22/11, ຢູ່ກົວລາລຳເປີ, ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ພ້ອມກັບການນຳອາຊຽນເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS) ຄັ້ງທີ 10. ບັນດາການນຳໄດ້ຮັບຮອງເອົາຖະແຫຼງການສະເຫຼີມສະຫຼອງ 10 ປີ ແຫ່ງກອງປະຊຸມຂັ້ນສູງອາຊີຕາເວັນອອກ, ພ້ອມທັງໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືໃນ 6 ຂົງເຂດບຸລິມະສິດແມ່ນພະລັງງານ, ການສຶກສາ, ການເງິນ, ສາທາລະນະສຸກທົ່ວໂລກ, ສິ່ງແວດລ້ອມ ແລະ ການຄວບຄຸມໄພທຳມະຊາດ ແລະ ການເຊື່ອມຕໍ່ອາຊຽນ. ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ເນັ້ນໜັກວ່າ: “ສັນຕິພາບ ແລະ ຄວາມສະຫງົບປອດໄພຢູ່ອາຊີປາຊີຟິກ ແລະ ອາຊີຕາເວັນອອກສ່ຽງໃຕ້ ຍາມໃດກໍ່ຕິດພັນກັບສັນຕິພາບ ແລະ ສະຖຽນລະພາບຢູ່ທະເລ, ພິເສດແມ່ນຢູ່ທະເລຕາເວັນອອກ…“
ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຊີ້ແຈ້ງວ່າ, ເລື່ອງຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ ແມ່ນຜົນປະໂຫຍດ ແລະ ຄວາມຮັບຜິດຊອບລວມຂອງອາຊຽນ ກໍ່ຄືບັນດາປະເທດພາຍໃນ ແລະ ນອກພາກພື້ນ, ແລະ ຫວຽດນາມລໍຖ້າການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ການປະກອບສ່ວນຂອງປະເທດຕ່າງໆເພື່ອບັນລຸໄດ້ຄາດໝາຍນີ້. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຢືນຢັນວ່າຫວຽດນາມ ຍາມໃດກໍ່ມີແຜນນະໂຍບາຍຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບປະເທດຕ່າງໆ ເຮັດໃຫ້ທະເລຕາເວັນອອກກາຍເປັນພາກພື້ນສັນຕິພາບ, ສະຖຽນລະພາບ ແລະ ຮ່ວມມືເພື່ອພັດທະນາ, ແກ້ໄຂທຸກຄວາມຂັດແຍ້ງ
ດ້ວຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.
ທີ່ກອງປະຊຸມ, ບັນດາປະເທດເນັ້ນໜັກຜົນປະໂຫຍດລວມ ແລະ ຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ, ຮັບປະກັນປະຕິບັດຖະແຫຼງການຂອງບັນດາຝ່າຍກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ; ກໍ່ສ້າງ ແລະ ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ, ລະງັບໃຈ, ບໍ່ນຳໃຊ້ ຫຼື ຂົ່ມຂູ່ນຳໃຊ້ກຳລັງອາວຸດ, ໃຫ້ຄຳໝັ້ນສັນຍາບໍ່ນຳໃຊ້ກຳລັງທະຫານຢູທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນດ້ວຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ1982. ຊົມເຊີຍຄຳໝັ້ນສັນຍາລະຫວ່າງອາຊຽນ - ຈີນ ທີ່ໄດ້ກ້າວເຂົ້າສູ່ໄລຍະໃໝ່ກ່ຽວກັບການທາບທາມ ກໍ່ສ້າງປະມວນຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ແລະ ສູ້ຊົນບັນລຸໄດ້ COC ໂດຍໄວ.
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ - ນິວຊີແລນ, ສິ້ນສຸດກອງປະຊຸມ, ບັນດາການນຳໄດ້້ຮັບຮອງເອົາຖະແຫຼງການຮ່ວມສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມື ອາຊຽນ - ນິວຊີແລນ.