(vovworld) – ເນື່ອງໃນໂອກາດໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດປາກິດສຖານ ປະຈຳຫວຽດນາມ, ຕອນບ່າຍວັນທີ 18/06, ທ່ານເອກອັກຄະລັດຖະທູດປາກິດສຖານ Zaigham Uddin Azam ໄດ້ເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ຢູ່ສຳນັກງານລັດຖະບານ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສະແດງຄວາມປິຕິຊົມຊື່ນຕໍ່ໜ້າບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການພົວພັນຮ່ວມມືລະຫວ່າງຫວຽດນາມ - ປາກິດສຖານ ໃນໄລຍະຜ່ານມາ ແລະ ເນັ້ນໜັກວ່າ 2 ຝ່າຍຕ້ອງຂຸດຄົ້ນບັນດາຄວາມສາມາດບົມຊ້ອນ, ທ່າແຮງຂອງກັນເພື່ອຮ່ວມມື ແລະ ພັດທະນາໃຫ້ດີກວ່າອີກ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຍາມໃດລັດຖະບານຫວຽດນາມ ກໍ່ສົ່ງເສີມ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດປາກິດສຖານ ມາຮ່ວມມືລົງທຶນ, ເຮັດວຽກຢ່າງມີປະສິດທິຜົນ ແລະ ຍາວນານຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ປາກິດສຖານ ຈະໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ ເປີດກວ້າງການຮ່ວມມືລົງທຶນຢູ່ປາກິດສຖານ. ທ່ານນາຍົກລັດຖະມົນຕີກໍ່ຊົມເຊີຍ ແລະ ເຫັນດີກັບຂໍ້ສະເໜີຂອງທ່ານເອກອັກຄະລັດຖະທູດປາກິດຖານ ກ່ຽວກັບການສົ່ງເສີມເປີດສາຍການບິ່ນໂດຍກົງລະຫວ່າງ 2 ປະເທດ, ຜ່ານນັ້ນຈະປະກອບສ່ວນຊຸກຍູ້ການເຄື່ອນໄຫວດ້ານການຄ້າ, ການລົງທຶນ, ທ່ອງທ່ຽວ…
ສ່ວນທ່ານເອກອັກຄະລັດຖະທູດ Zaigham Uddin Azam ໃຫ້ຮູ້ວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມ ໃນທຸກຂົງເຂດ, ພິເສດແມ່ນບັນດາຂົງເຂດເຊິ່ງ 2 ປະເທດຍັງມີຄວາມສາມາດບົມຊ້ອນຫຼາຍຢ່າງ.