ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຮັດວຽກກັບສະມາຄົມຊາວກະສິກອນ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງເຮັດວຽກກັບ
ຄະນະປະຈຳສູນກາງສະມາຄົມຊາວກະສິກອນຫວຽດນາມ
( ພາບ: thutuong.chinhphu.vn )
|
( vovworld ) - ຕອນເຊົ້າວັນທີ 16/3 ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ເປັນປະທານໃນການເຮັດວຽກກັບຄະນະປະຈຳສູນກາງສະມາຄົມຊາວກະສິກອນຫວຽດນາມ ເພື່ອສຳລວດກວດຄືນຜົນງານສົມທົບວຽກງານລະຫວ່າງລັດຖະບານ ແລະ ສະມາຄົມຊາວກະສິກອນຫວຽດນາມ ແລະ ກຳນົດຈຸດສຸມສົມທົບກັນໃນໄລຍະທີ່ຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຮຽກຮ້ອງໃຫ້ລັດຖະບານ ແລະ ສະມາຄົມຊາວກະສິກອນຫວຽດນາມ ຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຜັນຂະຫຍາຍແຜນນະໂຍບາຍ, ນະໂຍບາຍຂອງພັກຢ່າງມີປະສິດທິຜົນ, ໂດຍສະເພາະກ່ຽວກັບດ້ານກະສິກຳ, ຊາວກະສິກອນ ແລະ ຊົນນະບົດ, ພັດທະນາການຜະລິດກະສິກຳດ້ວຍສະມັດຕະພາບ, ຄຸນນະພາບປະສິດທິຜົນສູງ, ມີຄວາມສາມາດແກ່ງແຍ້ງ ແລະ ໝັ້ນຄົງ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສະມາຄົມຊາວກະສິກອນຫວຽດນາມ ເປັນເຈົ້າການສະເໜີກົນໄກ, ນະໂຍບາຍ ແລະ ສົມທົບກັບບັນດາກະຊວງ, ຂະແໜງການສູນກາງສ້າງແຜນນະໂຍບາຍເພື່ອຮັບປະກັນສິດ, ຜົນປະໂຫຍດ ແລະ ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ.