ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະບັນດາການນຳໂລກ ທີ່ເຂົ້າຮ່ວມກອງປະຊຸມປະຈຳປີບັນດາຜູ້ນຳໜ້າ ຄັ້ງທີ 14 ຂອງ WEF
(VOVWORLD) - ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສເສດຖະກິດໂລກ (WEF) ຢູ່ ທຽນຈີນ, ປະເທດ ຈີນ, ຕອນເຊົ້າວັນທີ 27 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ນິວຊີແລນ Chris Hipkins.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ນິວຊີແລນ Chris Hipkins (ພາບ: VOV) |
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ນິວຊີແລນ; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ສ້າງທຸກເງື່ອນໄຂສະດວກ, ສົ່ງເສີມວິສາຫະກິດ ນິວຊີແລນ ລົງທຶນເຂົ້າ ຫວຽດນາມ; ສະເໜີ ນິວຊີແລນ ໃຫ້ການຊ່ວຍເຫຼືອ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຫວຽດນາມ ລົງທຶນ ຢູ່ ນິວຊີແລນ.
ທ່ານນາຍົກລັດຖະມົນຕີ ນິວຊີແລນ Chris Hipkins ກໍເຫັນດີເປັນເອກະພາບຕໍ່ບັນດາແນວຄວາມຄິດ, ຄຳສະເໜີຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ໂດຍສະເພາະແມ່ນການຊຸກຍູ້ການຮ່ວມມືສອງຝ່າຍ ໂດຍຖືເອົາຂົງເຂດເສດຖະກິດ - ການຄ້າ ເປັນຈຸດສຸມ, ກໍຄືເພີ່ມທະວີການສົມທົບລະຫວ່າງສອງຝ່າຍຢູ່ບັນດາເວທີປາໄສຫຼາຍຝ່າຍ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ມົງໂກນ Oyun – Erdene Luvsannamsrai (ພາບ: VOV)
|
ກໍໃນຕອນເຊົ້າຂອງວັນດຽວກັນ, ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ມົງໂກນ Oyun – Erdene Luvsannamsrai, ການນຳ ຫວຽດນາມ ແລະ ມົງໂກນ ເຫັນດີເປັນເອກະພາບເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ຖືກການນຳລຸ້ນໆຕ່າງຂອງສອງປະເທດເພີ່ມພູນຄູນສ້າງຂຶ້ນ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດ, ເສີມຂະຫຍາຍບົດບາດຂອງຄະນະກຳມະການລະຫວ່າງລັດຖະບານ ມົງໂກນ - ຫວຽດນາມ ແລະ ບັນດາກົນໄກຮ່ວມມືລະຫວ່າງສອງຝ່າຍ.
ຫຼັງຈາກນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໄດ້ພົບປະກັບທ່ານນາງນາຍົກລັດຖະມົນຕີ ບາກບາໂດສ Mia Mottley.
ຫວູຄວຽນ