ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມຄະນະຊີ້ນຳຄວາມສະຫງົບປອດໄພຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ແຫ່ງຊາດ
(VOVWORLD) - ຕອນບ່າຍວັນທີ 7 ເມສາ, ຢູ່ສຳນັກງານລັດຖະບານ, ຄະນະຊີ້ນຳຄວາມສະຫງົບປອດໄພຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດແຫ່ງຊາດ (ຄະນະຊີ້ນຳ) ໄດ້ຈັດກອງປະຊຸມຄັ້ງທຳອິດ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງກ່າວຄຳເຫັນທີ່ກອງປະຊຸມ |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ຫວຽດນາມ ພວມຍູ້ແຮງການຫັນເປັນດີຈີຕອນ, ສ້າງລັດຖະບານເອເລັກໂຕນິກ ມຸ່ງໄປເຖິງລັດຖະບານດີຈີຕອນ, ສັງຄົມດີຈີຕອນ, ພື້ນຖານເສດຖະກິດດີຈີຕອນ, ພົນລະເມືອງດີຈີຕອນ. ໄປຄຽງຄູ່ກັບຜົນປະໂຫຍດຕ່າງໆໂດຍວິວັດການຫັນເປັນດີຈີຕອນນຳມາໃຫ້ ກໍໄດ້ວາງອອກໜ້າທີ່ໃໝ່. ດັ່ງນັ້ນ, ຕ້ອງເພີ່ມທະວີການຄຸ້ມຄອງລັດ; ສ້າງລະບອບລະບຽບການໃຫ້ສົມບູນແບບ; ຊີ້ນຳ, ນຳພາເປັນເອກະພາບແຕ່ເທິງລົງລຸ່ມ; ແນະນຳປະຊາຊົນ, ວິສາຫະກິດ ພ້ອມກັນເຂົ້າຮ່ວມເພື່ອຮັບປະກັນຄວາມສະຫງົບປອດໄພຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ເພື່ອແນໃສ່ຫັນແນວທາງ, ແຜນນະໂຍບາຍຂອງພັກໃຫ້ເປັນລະອຽດ ເພື່ອປົກປ້ອງຜົນປະໂຫຍດຂອງປະເທດຊາດຂອງຊາດ, ຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາສະມາຊິກໃນຄະນະຊີ້ນຳ ຈົ່ງຮີບເຮັ່ງປະຕິບັດບັນດາມາດຕະການປ້ອງກັນຄວາມສະຫງົບປອດໄພຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ໂດຍສະເພາະແມ່ນເມື່ອສະພາບການທາງການເມືອງໃນໂລກອາດຈະມີການຜັນແປຢ່າງສັບສົນໃນໄລຍະຈະມາເຖິງ ແລະ ວຽກງານຫັນເປັນດີຈີຕອນຂອງປະເທດຊາດພວມດຳເນີນໄປຢ່າງແຮງ.