ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ ເລີ່ມຕົ້ນການຢ້ຽມຢາມ ອາເມລິກາ
ທ່ານນາຍົກລັດຖະມົນຕີ Benjamin Netanyahu
ຈະມີການພົບປະກັບທ່ານ Donald Trump
(ພາບ: Reuters)
(vovworld) – ຕອນເຊົ້າວັນທີ 14/02 ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໄດ້ມາຮອດ ວໍຊິງຕັນ ໃນການຢ້ຽມຢາມ ອາເມລິກາ ເປັນຄັ້ງທຳອິດ ນັບແຕ່ເມື່ອທ່ານປະທານາທິບໍດີ Donald Trump ຮັບດຳລົງຕຳແໜ່ງໃນວັນທີ 20/01. ຕາມແຜນການ, ກ່ອນທີ່ພົບປະກັບທ່ານປະທານາທິບໍດີ Donald Trump ໃນວັນທີ 15/02, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຈະມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson ໃນວັນທີ 14/02. ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ກໍ່ຄາດຄະເນວ່າ ຈະພົບປະກັບວົງການການນຳຂອງພັກປະຊາທິປະໄຕ ແລະ ພັກສາທາລະນະ.
ການພົບປະລະຫວ່າງທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ແລະ ທ່ານປະທານາທິບໍດີ Donald Trump ຈະສຸມໃສ່ຫລາຍບັນຫາທີ່ພົ້ນເດັ່ນໃນການພົວພັນຂອງ 2 ປະເທດໃນໄລຍະຜ່ານມາ, ລວມມີໂຄງການນິວເຄຼຍ ອີຣານ, ການປະທະກັນຢູ່ ຊີຣີ ແລະ ວິວັດທະນະການສັນຕິພາບຢູ່ຕາເວັນອອກກາງ. ການຢ້ຽມຢາມ ອາເມລິກາ ຂອງທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໃນຄັ້ງນີ້ ໄດ້ຮັບການຕີລາຄາວ່າ ເປັນການເປີດໜ້າປະຫວັດສາດໃໝ່ໃນການພົວພັນລະຫວ່າງ 2 ປະເທດພັນທະມິດຍຸດທະສາດນີ້.