ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ​ຽກ​ຮ້ອງ​ໃຫ້ຫຼຸດ​ລາ​ຄາ​ຊີ້ນ​ໝູ​ໂດຍ​ໄວ

(VOVWORLD) -   ຫ້ອງວ່າການລັດຖະບານຫາກໍ່ມີເອກະສານສົ່ງຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່ຽວກັບສະພາບການຂອງ ລາຄາຊີ້ິ້ນໝູ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ​ຽກ​ຮ້ອງ​ໃຫ້ຫຼຸດ​ລາ​ຄາ​ຊີ້ນ​ໝູ​ໂດຍ​ໄວ - ảnh 1ຮ້ານວາງຂາຍຊີ້ນໝູແຫ່ງໜຶ່ງຢູຮ່າໂນ້ຍ (ພາບ: Zing.vn) 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ບັນດາກະຊວງຄື: ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ກະຊວງຖະແຫຼງຂ່າວ ແລະ ສື່ສານຄົ້ນຄ້ວາເນື້ອໃນບົດລາຍງານ ແລະ ຂໍ້ສະເໜີແນະຂອງກົມໃຫຍ່ສະຖິຕິເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວເປັນເສນາທິການ, ຊີ້ນຳການບໍລິຫານ, ຮັບປະກັນການຫຼຸດລາຄາຊີ້ນໝູລົງໂດຍໄວຕາມເນື້ອໃນຈິດໃຈຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີ.

        ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ເປັນປະທານ ພ້ອມກັບກະຊວງອຸດສາຫະກຳ - ການຄ້າ  ແລະ ບັນດາອົງການ ຊີ້ນຳການສະໜອງທາງດ້ານຈຳນວນ, ຄຸນນະພາບຢ່າງພຽງພໍ, ຮັບປະກັນລາຄາໃຫ້ແກ່ປະຊາຊົນບໍ່ປະໃຫ້ຂຶ້ນລາຄາ, ໃນຂະນະທີ່ ລາຄາຜະລິດຊີ້ນໝູຕ່ຳ.

ຕອບກັບ

ຂ່າວ/ບົດ​ອື່ນ