ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງໃຫ້​ເລັ່ງ​ຄວາມ​ໄວ​ໃນ​ການ​ສັກ​ວັກ​ຊິນ ກັບ​ໂຄວິດ

(VOVWORLD) -ບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ, ອົງການ, ໜົວໜ່ວຍຕ້ອງຮັບປະກັນປະຕິບັດໃຫ້ຄົບຖ້ວນຕາມຄວາມຮຽກຮ້ອງຄື: ປະຊາຊົນຕ້ອງໄດ້ເຂົ້າເຖິງສາທາລະນະສຸກແຕ່ຫົວທີ, ແຕ່ໄກ, ຍົກສູງກຳລັງຄວາມສາມາດດ້ານການແພດຂັ້ນຮາກຖານ, ເປັນເຈົ້າການໃນການກຽມພ້ອມກ່ຽວກັບວັດຖຸອຸປະກອນ, ຊັບພະຍາກອນມະນຸດ, ຢາປິ່ນປົວ, ອົກຊີແຊນ…,
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງໃຫ້​ເລັ່ງ​ຄວາມ​ໄວ​ໃນ​ການ​ສັກ​ວັກ​ຊິນ ກັບ​ໂຄວິດ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ເພື່ອປະຕິບັດ ເປົ້າໝາຍ “ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ”, ຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ ຢ່າງມີປະສິດທິຜົນ, ວັນທີ 22 ທັນວາ, ຫ້ອງວ່າການລັດຖະບານ ໄດ້ແຈ້ງບົດສະຫຼຸບຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ກອງປະຊຸມທາງໄກ ກັບບັນດາທ້ອງຖິ່ນ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ, ອົງການ, ຫົວໜ່ວຍປະຕິບັດການກວດກາຄືນໃໝ່, ຖອດຖອນບົດຮຽນ, ປະສົບການ, ຄວນສືບຕໍ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ຂ້ຽວຂາດກ່ວາອີກ, ບໍ່ໄດ້ຈັດຕັ້ງການເຄື່ອນໄຫວທີ່ເຕົ້າໂຮມຫຼາຍຄົນ, ເປັນຕົ້ນແມ່ນໃນໂອກາດບຸນປີໃໝ່ສາກົນ ແລະ ບຸນປີໃໝ່ປະຈຳຊາດ ຫຼື ບຸນເຕັດ.

ບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ, ອົງການ, ໜົວໜ່ວຍຕ້ອງຮັບປະກັນປະຕິບັດໃຫ້ຄົບຖ້ວນຕາມຄວາມຮຽກຮ້ອງຄື: ປະຊາຊົນຕ້ອງໄດ້ເຂົ້າເຖິງສາທາລະນະສຸກແຕ່ຫົວທີ, ແຕ່ໄກ, ຍົກສູງກຳລັງຄວາມສາມາດດ້ານການແພດຂັ້ນຮາກຖານ, ເປັນເຈົ້າການໃນການກຽມພ້ອມກ່ຽວກັບວັດຖຸອຸປະກອນ, ຊັບພະຍາກອນມະນຸດ, ຢາປິ່ນປົວ, ອົກຊີແຊນ…, ວັກຊິນ ແມ່ນປັດໄຈຍຸດທະສາດ, ຕັດສິນຊີ້ຂາດ ໃນສະເພາະໜ້າ ແລະ ຍາວນານ ສຳລັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຮັບປະກັນ ທາດບຳລຸງ ແລະ ການເບິ່ງແຍງດູແລ, ການລະດົມກຳລັງໃຈໃຫ້ຜູ້ຕິດເຊື້ອ, ສົມທົບກັນລະຫວ່າງ ການແພດພື້ນເມືອງ ແລະ ທັນສະໄໝເຂົ້າໃນການປິ່ນປົວພະຍາດ.

ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ເລັ່ງຄວາມໄວໃນການຕ້ອງປະຕິບັດຍຸດທະສາດສັກວັກຊິນຢ່າງປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ